PHANMANYSOK HOTEL 潘马尼乔克酒店
PHANMANYSOK HOTEL 潘马尼乔克酒店

ຊົນເຜົ່າລາວທີ່ອາໃສຢູ່ແຂວງອຸດົມໄຊມີ 12 ຊົນເຜົ່າ

 

 ຊົນເຜົ່າລາວທີ່ອາໃສຢູ່ແຂວງອຸດົມໄຊມີ 12 ຊົນເຜົ່າ
ປະຫວັດຄວາມເປັນມາຂອງຊົນເຜົ່າກຶມມຸ ແມ່ນຄ້າຍຄືກັນກັບຊົນເຜົ່າອື່ນໆ ທີ່ຈັດຢູ່ໃນກຸ່ມພາສາປາກເວົ້າ ມອນ-ຂະແມ, ບັນດາຊົນເຜົ່າທີ່ຈັດຢູ່ໃນກຸ່ມນີ້ ລ້ວນແຕ່ມີເຊື້ອສາຍຂອງຊົນຊາດ ຂອມ ອອກມາຈາກຊົນ ເຜົ່າອິນ ເດຍແດງບູຮານ, ຊົນເຜົ່ານີ້ ໄດ້ເຄື່ອນຍ້າຍມາຕັ້ງຖິ່ນຖານຢູ່ອິນດູຈີນຕົ້ນຕໍແມ່ນ ປະເທດລາວ ໃນທ້າຍສັດຕະວັດ ທີ່ 4 ຕໍ່ມາຫຼາຍປີກໍ່ມີຊົນເຜົ່າອື່ນໆເຄື່ອນຍ້າຍເຂົ້າມາຢູ່ຜືນແຜ່ນດິນປະເທດລ້ານຊ້າງຕາມລຳດັບ, ຊົນເຜົ່າກຶມມຸ ທີ່ມາ ຕັ້ງຖິ່ນຖານບ້ານຊ່ອງ ແລະ ດຳລົງຊີວິດຢູ່ ແຂວງ ອຸດົມໄຊ ແມ່ນຢູ່ພູດອຍ ເຊັ່ນ: ເຂດ ຈອມອອງ-ຈອມຈັງ.

ຊື່ເອີ້ນ: ຊົນເຜົ່າກຶມມຸຢູ່ ແຂວງອຸດົມໄຊ ປະກອບມີຫຼາຍແຊງຄື: ກຶມມຸຮອກ, ກຶມມຸຄຣອງ, ກຶມມຸດື້, ກຶມມຸ, ກຶມມຸແຄວນ, ກຶມມຸແມ, ກືມມຸອາໍ ແລະ ອື່ນໆ. ແຕ່ລະແຊງຂອງຊົນເຜົ່າກຶມມຸປາກ ເວົ້າມີຄວາມເຂົ້າໃຈກັນດີແຕ່ຫາກ ມີການຜັນສຽງແຕກຕ່າງ ກັນບາງສໍານຽງເລັກຫນ້ອຍເຊັ່ນວ່າ: ບໍ່ຮູ້: ຄັດເນີງ, ເປີເນີງ, ອາໍເນີງ ແລະ ອື່ນໆ. ຄາໍທີ່ວ່າ ກຶມມຸ ມີຄວາມຫມາຍວ່າ: ຄົນ ແລະ ຄົນໃນນີ້ມີຄວາມຫມາຍເຈາະຈົງເຖິງຊົນເຜົ່າຂອງກຶມມຸນີ້ເອງ.

ພາສາ: ຊົນເຜົ່າກຶມມຸເວົ້າລວມ ຊົນເຜົ່າກຶມມຸທີ່ຢູ່ແຂວງອຸດົມໄຊເວົ້າສະເພາະມີພາສາປາກເວົ້າເປັນຂອງຕົນເອງ, ບໍ່ມີຕົວ ຫນັງສືຂຽນຂອງຊົນເຜົ່າຕົນເອງ, ແຕ່ມາຮອດຊຸມປີ 1980 ມານີ້ໄດ້ມີນັກອັກສອນສາດໄດ້ຄົ້ນຄ້ວາ ແລະ ໃຊ້ຕົວອັກສອນລາວ ແລະ ຕົວອັກສອນລາຕິນເປັນຫນັງສືຂອງຊົນເຜົ່າກຶມມຸ, ແຕ່ຍັງບໍ່ທັນໄດ້ໃຊ້ຢ່າງກ້ວາງຂວາງ ເທື່ອ (ພາສາປາກເວົ້າຂອງຊົນເຜົ່າກຶມມຸຈັດ ເຂົ້າໃນກຸ່ມພາສາປາກເວົ້າມອນ-ຂະແມ) ແຕ່ລະແຊງຂອງຊົນເຜົ່າກຶມມຸຈະ ມີພາສາປາກເວົ້າທີ່ແຕກຕ່າງກັນບາງເລັກ ຫນ້ອຍທາງດ້ານສາໍນຽງການຜັນສຽງເທົ່ານັ້ນ, ແຕ່ກໍ່ມີຄວາມເຂົ້າໃຈກັນດີ

ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນາທໍາ-ສັງຄົມຂອງຊົນເຜົ່າກຶມມຸ: ຄວາມເຊື່ອຖືຂອງ ຊົນເຜົ່າກຶມມຸ ແມ່ນເຄົາລົບນັບຖືບັນພະບູຣຸດຂອງຕົນເອງຕະຫຼອດມາ, ຢູ່ໃນເຮືອນຂອງຊົນເຜົ່າກຶມມຸຈະ ມີ ຮ້ານຜີ, ຜີທີ່ຊົນເຜົ່າກຶມມຸເຄີຍເອີ້ນ ຫາເວລາເຮັດພິທີລ້ຽງຜີເຮືອນ, ຜີພໍ່ແມ່, ຜີປູ່ຍ່າຕາຍາຍ ຊຶ່ງຖືວ່າແມ່ນຜີບັນ ພະບູຣຸດທີ່ສັກສິດນອກຈາກນັ້ນຊົນເຜົ່າກຶມມຸຍັງນັບ ຖືຜີບ້ານ, ຜີເມືອງ, ຜີຟ້າ, ຜີແຖນ, ຜີປ່າ, ຜືນ ແລະ ຜີທີ່ຊົນເຜົ່າກຶມມຸຢ້ານທີ່ສຸດ ແລະ ຢ້ານ ກ່ວາຫມູ່ແມ່ນຜີປອບ (ພາສາກຶມມຸ ເອີ້ນວ່າ ໂຣຍກືນ) ແຕ່ມາຮອດປະຈຸບັນນີ້ຊົນເຜົ່າກຶມມຸຈາໍນວນຫນຶ່ງໄດ້ຫັນມາເຊື່ອຖືສາສະຫນາຕ່າງໆ. ຊົນເຜົ່າກຶມມຸ ສ່ວນຫຼວງຫຼາຍແມ່ນສືບ ທອດເຊື້ອສາຍຕະກຸນທາງພໍ່, ຖ້າແມ່ນຍິງໄດ້ແຕ່ງ ດອງມີຄອບຄົວແລ້ວຕ້ອງໄປຢູ່ນພໍ່ປູ່, ແມ່ຍ່າໃນກໍລະນີຄອບ ຄົວທາງຝ່າຍຍິງມີຄວາມຈ ໍາເປັນຫຍຸ້ງຍາກເຮືອນບໍ່ມີຜູ້ຊາຍ ຫຼື ວ່າລູກສາວດຽວຜູ້ຊາຍຕ້ອງມາເປັນເຂີຍຊູຕະຫຼອດຊີວິດ, ຊົນເຜົ່າກຶມມຸມີລະບົບຊິງຊາວ ແລະ ຕະກຸນຂອງຕົນເອງຕ້ອງໄດ້ເຄົາລົບ ແລະ ບູຊາມີສອງປະເພດໂຕສັດ ແລະ ຕົ້ນພືດຄື: ຕະກູນເສືອ, ຕະເຫງັນ, ຕະກູນນົກສອນຣອກ, ນົກຕັ່ງລໍ້, ຕະກຸນຜັກກູດເພື່ອສະແດງຄວາມເຄົາ ລົບນັບຖື ແລະ ບູຊາຕໍ່ຕະກຸນຂອງຕົນ, ຊົນເຜົ່າກຶມມຸຄະລາບໍ່ຂ້າ, ບໍ່ຈັບ, ບໍ່ບາຍ ແລະ ບໍ່ກິນປະເພດທີ່ເປັນຕະກຸນຂອງຕົນເດັດຂາດ.
ລັກສະນະເຮືອນຂອງຊົນເຜົ່າກຶມມຸ: ຄົນມາເຮືອນມີແຕ່ຢູ່ຫ້ອງນອກ, ບໍ່ອະນຸຍາດໃຫ້ເຂົ້າຫ້ອງທາງໃນຂອງ ພໍ່ແມ່ເດັດຂາດ, ໃນເຮືອນຂອງເຜົ່າກຶມມຸ ຫ້າມບໍ່ໃຫ້ນອນຂວາງເຮືອນຢ່າງເດັດຂາດ (ມີແຕ່ຄົນຕາຍຈິ່ງນອນ ຂວາງເຮືອນ) ໃນເຮືອນຂອງເຜົ່າກຶມມຸແມ່ນບໍ່ອານຸຍາດໃຫ້ແບກ ຫຼື ຫາມໂຕສັດ ແລະ ໃບໄມ້ຂຽວ ເຂົ້າເຮືອນ ເປັນອັນຂາດ (ມີແຕ່ເວລາເຮັດຜີເຮືອນ ແລະ ພິທີກຕ່າງໆຈິ່ງມີສິດເອົາຂື້ນເຮືອນໄດ້) ໃນຮອບຫນຶ່ງປີຊົນເຜົ່າກຶມມຸ ມີຮີດຄອງປະເພນີເຮັດບຸນເຕັດປຶ້ມ ຫຼື ວ່າບຸນປົດປີ (ບຸນເກີຣ) ພາຍຫຼັງສໍາເລັດບຸນດັ່ງກ່າວແລ້ວຊົນເຜົ່າກຶມມຸມັກຈະ ມີຮີດຄອງສ້ອມແປງເຮືອນເກົ່າ ແລະ ປູກເຮືອນໃຫມ່, ມີຮີດຄອງບຸນ ຂຶ້ນເຮືອນໃຫມ່ຢ່າງມ່ວນຊື່ນຄຶກຄື້ນເຫຼົ່າ ໄຫ, ໄກ່ໂຕ, ຫມູ, ງົວ ແລະ ຄວາຍ ຂ້າກິນຕາມເງື່ອນໄຂຂອງແຕ່ລະຄອບຄົວເປັນຫຼັກ.
ດ້ານສິນລະປະວັນນະຄະດີຂອງຊົນເຜົ່າກຶມມຸ: ແມ່ນອຸດົມສົມບູນທີ່ສຸດ, ແຕ່ລະແຊງຂອງຊົນເຜົ່າກຶມມຸ ລ້ວນແຕ່ມີສຽງຂັບລາໍຂອງຕົນເອງຄື: ເຕີມ ຫຼື ເຈີມ ມີດົນຕີທີ່ປະດິດຄິດແຕ່ງຈາກໄມ້ປອງ ແລະ ວັດຖຸບູຮານ ທີ່ເກົ່າແກ່ເຊັ່ນ: ຄ້ອງບັງ, ຄ້ອງຕູມ, ແຫ່ງ, ກອງຂັນ, ປີ,ຕອດ, ໂຮງຕ່າວໆ, ແຄນ 6, ແຄນເຕົ້າ, ຊໍ, ບັ້ງໄມ້ເຮັ້ຍ ມີຈັງຫວະຟ້ອນລຳໄປຕາມສຽງຂັບເຕີມອ່າຍທີ່ 1 ອອນຊອນທີ່ສຸດ, ເຖົ້າແກ່ບ່າວສາວຈະພາກັນເຕັ້ນຢ່າງເບີກບານ ມ່ວນຊື່ນທີ່ສຸດເອີ້ນວ່າຢູນຕີງ (ເຕັ້ນທັງບັ້ງ).
ປະເພນີການເກີດລູກຂອງຊົນເຜົ່າກຶມມຸ: ແມ່ນເກີດຢູ່ເຮືອນຢ່າງຄັກແນ່ມີຄົນເຖົ້າ, ຄົນແກ່ທີ່ມີປະສົບການເບິ່ງແຍງຊ່ວຍເຫຼືອ ຜູ້ເປັນຜົວເປັນຜູ້ຊ່ວຍເກີດ, ເຜົ່າກຶມມຸບໍ່ມີຮີດຄອງຢູ່ກາໍເປັນເດືອນຄືເຜົ່າອື່ນເຊັ່ນ: ເຜົ່າລາວ, ລື້ ແລະ ເຜົ່າອື່ນໆ. ຢູ່ດົນສຸດແມ່ນ ອາທິດຫນຶ່ງກໍ່ສາມາດເຈ່ຍລູກໄປໄຮ່, ໄປສວນແລ້ວ.
ປະເພນີການຕາຍຂອງເຜົ່າກຶມມຸ: ແມ່ນງ່າຍດາຍ, ຈະບໍ່ໄດ້ຄົບງັນຄືເຜົ່າອື່ນໆ. ບາງເທື່ອຕາຍມື້ເຊົ້າມື້ແລງກໍ່ຈັດ ພິທີໄປຝັງສົບ ເລີຍ, ສົບຜູ້ຕາຍຈະຖືກຫຸ້ມຫໍ່ດ້ວຍສາດແບບງ່າຍດາຍທີ່ສຸດ, ແຕ່ພັດໄດ້ຄະລໍາ ຫຼື ຄາໍເຮືອນເຖິງ 10 ວັນ (ຄອບຍາມຕາຍ) 10 ວັນມີພິທີສູ່ຂັວນໃຫ້ສະມາຊິກໃນຄອບຄົວເປັນການປັດເຄາະປັດນາມຖືວ່າແລ້ວຮີດ ຄອງ ການຄໍາເຮືອນ.
ຊົນເຜົ່າກຶມມຸ: ພວກເຮົາໄດ້ໃກ້ຊິດຕິດແທດກັບທາມະຊາດມາແຕ່ນ້ອຍຮອດໃຫຍ່, ເຂົາເຈົ້າ ເບີກບານມ່ວນ ຊື່ນ ກັບການ ຫັນປ່ຽນຂອງລະດູການ ຂອງທາໍມະຊາດທີ່ກະທົບຊີວິດຈິດໃຈ ແລະ ຄວາມສໍານຶກຂອງເຂົາເຈົ້າຢ່າງສະນິດ ແຫນ້ນກັບທຳມະຊາດເຊັ່ນ: ໄດ້ຍິນສຽງຟ້າຮ້ອງດັງຂຶ້ນ “ຮຶມໆ” ເປັນສຽງປ່າວເຕືອນຈິດໃຈຂອງເຜົ່າກຶມມຸແຕ່ ລະຄົນໂລດ, ສຽງນົກ, ສຽງຫນູ. ສຽງແມງໄມ້ນາໆ ຊະນິດຮ້ອງຂຶ້ນມາລ້ວນແຕ່ແມ່ນສຽງປ່າວເຕືອນລະດູການຜະລິດປີໃຫມ່ມາຮອດມາເຖິງແລ້ວກໍ່ລ້ວນແຕ່ກະ ທົບເຖິງຈິດສໍານຶກ ແລະ ການດໍາລົງຊິວິດຈິດໃຈຂອງເຜົ່າກຶມມຸໂລດ
ເສດຖະກິດຕົ້ນຕໍ່ຂອງເຜົ່າກຶມມຸ: ແມ່ນປະກອບອາຊີບເຮັດໄຮ່, ເຮັດນາປູກເຂົ້າຫນຽວ, ປູກ ພືດຕ່າງໆ ເພື່ອຮັບໃຊ້ການດຳລົງ ຊີວິດຂອງຄອບຄົວ, ນອກຈາກນີ້ຍັງມີການລ້ຽງສັດເພື່ອຮັບໃຊ້ຊິວິດປະຈໍາວັນ, ເຜົ່າກຶມມຸ ມັກລ້ຽງສັດເຊັ່ນ: ໄກ່, ເປັດ, ໝູ, ຫມາ.. ງົວ, ຄວາຍ, ແບ້ ແລະ ສັດອື່ນໆນອກຈາກນີ້ຍັງຊອກເກັບເຄື່ອງປ່າ ຂອງດົງ ເພື່ອແລກປ່ຽນເປັນສິນຄ້າຢູ່ທ້ອງຕະຫຼາດ. ສຳລັບຜູ້ຊາຍເຜົ່າກຶມມຸ ແມ່ນມີຄວາມສຳນິສໍານານໃນດ້ານຫັດຖະກໍາ ຈັກສານ ແລະ ຕີເຫຼັກເຊັ່ນ: ຟ້າ, ມີດ, ຂວານ, ແຫວກ, ກ່ຽວ ແລະ ອື່ນໆ.
ຊົນເຜົ່າກຶມມຸ: ແມ່ນຊົນເຜົ່າດັ້ງເດີມຂອງແຂວງອຸດົມໄຊ ແລະ ມີຈໍານວນພົນຫຼາຍກວ່າຫມູ່, ແຕ່ການນຸ່ງຖືຂອງ ຊົນ ເຜົ່າກຶມມຸເຫັນນັບມື້ນັບຫມົດໄປ. ຈາກການສຶກສາຂໍ້ມູນຂ້າງເທິງນັ້ນພວກເຮົາສາມາດສັງເກດເຫັນໄດ້ວ່າ: ການ ເຊື່ອຖືແບບງົມງວາຍ, ຮີດເກົ່າຄອງເດີມແບບຕາຍຕົວໄດ້ຖືກປ່ຽນແປງໄປຈຳນວນຫນຶ່ງເຫັນໄດ້ຈາກການເຈັບເປັນ ສ່ວນຫຼາຍກໍ່ຈະບໍ່ໄດ້ໃຊ້ການປິ່ນປົວແບບໄສຍະສາດແລ້ວມາຫັນປ່ຽນເປັນການປິ່ນປົວດ້ວຍການເຂົ້າໂຮງຫມໍ ຫຼື ປິ່ນປົວດ້ວຍຢາພື້ນເມືອງແທນ, ແຕ່ຈຸດທີ່ຍັງຕ້ອງໄດ້ມີການຫຼຸດຜ່ອນ ແລະ ປ່ຽນໄປແມ່ນ: ການປັດເຄາະປັດນາມ ທີ່ປະຕິບັດເປັນປະຈຳ.

ປະຫວັດຄວາມເປັນມາຂອງຊົນເຜົ່າບິດ: ແມ່ນຊົນເຜົ່າຫນຶ່ງທີ່ນອນຢູ່ໃນກຸ່ມພາສາ ປາກເວົ້າ ມອນ-ຂະແມ, ຊົນເຜົ່າບິດ ໄດ້ຍ້າຍເຂົ້າມາສ້າງບ້ານແປງເມືອງໃນຜືນແຜ່ນດິນລາວແມ່ນໄລຍະດຽວກັນ ກັບເຜົ່າກຶມມຸ, ເຜົ່າບິດ ແລະ ເຜົ່າກຶມມຸ ແມ່ນອ້າຍ ນ້ອງເກີດຮ່ວມອຸທອນດຽວກັນດ້ວຍເຫດນັ້ນເຜົ່າບິດ ຈຶ່ງສາມາດຮູ້ພາສາປາກເວົ້າຂອງເຜົ່າກຶມມຸ ໄດ້ດີກ່ວາຊົນເຜົ່າອື່ນໆ

ຊົນເຜົ່າບິດຢູ່ ແຂວງອຸດົມໄຊ ມີຢູ່ສອງບ້ານຄື: ບ້ານນ້ຳປອກ ແລະ ບ້ານນ້ຳແດງ ເມືອງນາຫມໍ້.
ຊື່ເອີ້ນ: ຊົນເຜົ່າອື່ນເອີ້ນເຂົາເຈົ້າວ່າ: ຂ້າບິດ ຫຼື ລາວຜິດ ສ່ວນເຂົາເຈົ້າເອງແມ່ນມັກຊື່ເອີ້ນ ເຜົ່າບິດເທົ່ານັ້ນ, ຄາໍທີ່ວ່າ ຊົນເຜົ່າບິດແມ່ນມີຄວາມຫມາຍວ່າ ຊົນເຜົ່າ ໃຫມ່ທີ່ເກີດຈາກຊົນເຜົ່າທີ່ເປັນອ້າຍມາເປັນຊົນເຜົ່າ ໃຫມ່ຕື່ມອີກ.

ພາສາ: ຊົນເຜົ່າບິດ ມີພາສາປາກເວົ້າເປັນຂອງເຜົ່າ ຕົນເອງໂດຍສະເພາະ ແລະ ໄດ້ຈັດເຂົ້າ ໃນຫມວດພາສາ ມອນ-ຂະແມ, ເມື່ອເປັນແນວນັ້ນພາສາປາກເວົ້າຂອງຊົນເຜົ່າບິດຫຼາຍ ສັບ, ຫຼາຍປະໂຫຍກຄ້າຍຄືພາສາປາກເວົ້າ ຂອງຊົນເຜົ່າກຶມມຸ, ຊົນເຜົ່າລະເມດ ແລະ ກໍ່ມີບາງຄໍາສັບ ແມ່ນແຕກຕ່າງກັບຊົນເຜົ່າກຶມມຸຢ່າງຂາດຂັ້ນເຊັ່ນ: ຄາໍວ່າ “ພໍ່” ຊົນເຜົ່າກຶມມຸວ່າ “ຍົງ” ແຕ່ຊົນເຜົ່າບິດວ່າ “ໂອຍ” ຫຼື ຄໍາສັບວ່າ “ແມ່” ກືມມຸວ່າ “ມະ”, ແຕ່ຊົນເຜົ່າບິດວ່າ “ແມະ” ຄາໍສັບວ່າ “ກິນເຂົ້າ” ກຶມມຸວ່າ “ເປີມະ”, ຊົນເຜົ່າບິດວ່າ “ແຕະຕຸ” ແລະ ຄໍາສັບ ທີ່ວ່າ “ດື່ມນ້ຳ" ເຜົ່າກຶມມຸວ່າ “ເອື້ອກອົ້ມ”, ເຜົ່າບິດເວົ້າວ່າ “ຕີງອອນ” ແລະ ອື່ນໆ. ຊົນເຜົ່າບິດມີແຕ່ພາສາປາກເວົ້າເທົ່ານັ້ນ ບໍ່ມີ ຕົວຫນັງສືຂຽນເປັນຂອງຊົນເຜົ່າ ຕົນເທື່ອ.

ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າບິດ: ຊົນເຜົ່າບິດກໍ່ຄືຊົນເຜົ່າອື່ນໆ ທີ່ນອນໃນ ຫມວດພາສາ ມອນ-ຂະແມ ລ້ວນແຕ່ເຊື່ອຖືບັນພະບູຣຸດຂອງຕົນ ເປັນຕົ້ນແມ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເມືອງ, ແຕ່ລະ ຄົວເຮືອນຂອງເຜົ່າບິດລ້ວນແຕ່ມີຮ້ານຜີ (ຜີ້ງຜີ) ເພື່ອເຄົາລົບບູຊາບັນ ພະບູຣຸດຂອງຕົນ ໃນວັນທີ່ສາໍຄັນຕ່າງໆ. ຊົນເຜົ່າບິດຢູ່ ບ້ານນ້ຳປອກ ແລະ ບ້ານນ້ໍາແດງເມືອງນາຫມໍ້ ແຂວງອຸດົມໄຊ ນັບຖືຕະກຸນເຊື້ອສາຍທາງພໍ່ ແລະ ທາງແມ່ ສາໍຄັນຄືກັນ ແລະ ສືບທອດຕະກຸນທາງພໍ່ ແລະ ທາງແມ່ເທົ່ານັ້ນ, ເປັນຫຍັງຈິ່ງເວົ້າແບບນີ້, ເພາະໄດ້ສໍາພາດຕົວຈິງ, ບ່າວສາວທີ່ແຕ່ງດອງກັນແລ້ວລູກເກີດອອກມາຖ້າແມ່ນລູກຊາຍແມ່ນໃຫ້ເອົາຕະກຸນທາງພໍ່, ຖ້າແມ່ນລູກຍິງແມ່ນໃຫ້ເອົາຕະກຸນ ທາງແມ່ ເຂົາເຈົ້າຍັງໄດ້ອະທິບາຍວ່າ ຖ້າຜູ້ໃດກໍ່ຕາມເອົາຕະກຸນຂອງພໍ່ໝົດຕະກຸນຂອງແມ່ກໍ່ຈະຄ່ອຍໆຫມົດໄປ. ດັ່ງນັ້ນ, ຈຶ່ງມີການແບ່ງປັນກັນແນວນັ້ນ. ສະແດງເຖິງບົດບາດຂອງ ຍິງ-ຊາຍ ໃນເຜົ່າປິດ ແມ່ນຈະແຈ້ງທີ່ສຸດ ຊົນເຜົ່າບິດ ມີປະເພນີການສ້າງຄອບຄົວແບບ ຜົວດຽວ, ເມຍດຽວ ແມ່ນລະບົບຄອບຄົວດຽວ, ຊົນເຜົ່າບິດຂອງສອງບ້ານດັ່ງກ່າວປະກອບດ້ວຍຫຼາກຫຼາຍຕະກຸນ ແລະ ຫຼາກຫຼາຍຊິງຊາວທີ່ແຕກຕ່າງກັນຄື: ເສືອ, ນົກ, ງູ, ເຫງັນ, ໄກ່ ແລະ ພືດຕ່າງໆ.

ຊົນເຜົ່າບິດນິຍົມກັນປຸກເຮືອນຮ້ານ: ກ່ອນຈະປຸກສ້າງເຮືອນຫຼັງຫນຶ່ງຕ້ອງໄດ້ເລືອກສະຖານທີ່ດ້ວຍການສ່ຽງດ້ວຍການຂຸດຂຸມບ່ອນທີ່ຈະຕັ້ງເຮືອນເປັນຮູບ 4 ແຈ ເອົາເຂົ້າສານຫວ່ານລົງໃນຂຸມເອົາໄມ້ ຫຼື ເອົາຫີນອັດ ປາກຂຸມໄວ້ຄັກໆ ມື້ໃຫມ່ມາເປີດເບິ່ງຖ້າເຂົ້າສານທີ່ຫວ່ານລົງຄືເກົ່າ ຫຼື ມີການປ່ຽນແປງຜິດປົກກະຕິບໍ່? ຖ້າກໍລະນີເຂົ້າສານບໍ່ມີຫຍັງແຕະ ຕ້ອງຄືເກົ່າແມ່ນດີຕັ້ງເຮືອນໄດ້, ຖ້າກໍລະນີເຂົ້າສານຖືກທາໍລາຍຊະຊາຍແມ່ນຕ້ອງ ໄດ້ຍົກ ຍ້າຍໄປບ່ອນໃຫມ່. ການປຸກສ້າງເຮືອນກໍ່ຈະແບ່ງເປັນສອງຫ້ອງຄື: ຫ້ອງເບື້ອງໃນ ແມ່ນຫ້ອງຂອງພໍ່ແມ່ຈະມີເຕົາໄຟໜື້ງເຂົ້າ ແລະ ຫ້ອງເບື້ອງນອກຮັບແຂກທົ່ວໄປຈະມີເຕົາໄຟແຕ່ງກິນ, ການຄະລຳແຂກຄົນທາງນອກຈະບໍ່ໄດ້ ເຂົ້າໄປຫ້ອງນອນພໍ່ແມ່ ແລະ ຫ້ອງຂອງຫີ້ງຜີຢ່າງເດັດຂາດ. ເຜົ່າບິດການປຸກສ້າງເຮືອນແມ່ນເປັນລະບຽບໄປ ລວງດຽວກັນຫມົດ. ປະເພນີການເກີດລູກແມ່ນເກີດຢູ່ເຮືອນຄືກັນກັບເຜົ່າກຶມມຸບໍ່ຢູ່ກາໍເດືອນ, ຊົນເຜົ່າ ບິດຈະຄະ ລໍາອາຫານການກິນປະເພດຂອງຄາວ, ເຫມັ້ນ ແລະ ຊີ້ນ, ສັດໃຫຍ່ເພາະຢ້ານຈະພິດເດືອນຂອງຜູ້ເປັນແມ່ ແລະ ເດັກນ້ອຍ.ດ້ານສິນລະປະວັນນະຄະດີ: ແບບພື້ນເມືອງຂອງຊົນເຜົ່າບິດບໍ່ມີຫຍັງເລີຍທີ່ຈະເປັນເອກະລັກຂອງຊົນເຜົ່າເຂົາ ເຈົ້າ. ຖ້າມ່ວນຊື່ນກໍ່ຈະຮ້ອງເພງລາວ, ຂັບລາວ ຫຼື ເຜົ່າລື້ ແລະ ເຜົ່າ ກຶມມຸ ການນຸ່ງຮົ່ມເອ້ຍ້ອງຂອງຊົນ ເຜົ່າບິດ ບໍ່ມີເຄື່ອງນຸ່ງຮົ່ມທີ່ເປັນເອກະລັກຂອງຊົນເຜົ່າຕົນເອງ, ສ່ວນໃຫຍ່ແມ່ນຈະນຸ່ງຮົ່ມເຄື່ອງທີ່ຊື້ຈາກທ້ອງຕະຫຼາດ, ເຄື່ອງ ດົນຕີພື້ນເມືອງທີ່ເປັນ ເອກະລັກຂອງຊົນເຜົ່າແມ່ນບໍ່ມີຫຍັງ, ມີແຕ່ໃຊ້ເຄື່ອງດົນຕີຂອງຊົນເຜົ່າທີ່ຢູ່ໃກ້ຄຽງເປັນຕົ້ນຕໍ

ດ້ານເສດຖະກິດ-ສັງຄົມຂອງຊົນເຜົ່າບິດ: ມີອາຊີບຕົ້ນຕໍແມ່ນການເຮັດໄຮ່, ເຮັດນາປູກເຂົ້າຫນຽວ, ອາຊີບ ສໍາຮອງແມ່ນ. ການລ້ຽງສັດ: ຫມູ, ຫມາ, ງົວ, ຄວາຍ, ແບ້, ແລະ ສັດປີກ, ນອກຈາກນີ້ແມ່ນປູກພືດ ແລະ ເກັບເຄື່ອງປ່າຂອງດົງ ເພື່ອແລກປ່ຽນເປັນສິນຄ້າຄືກັບຊົນເຜົ່າອື່ນໆ. ຜູ້ຊາຍຂອງຊົນເຜົ່າບິດແມ່ນມີຄວາມຊໍານິຊໍາ ນານໃນວຽກງານຫັດຖະກໍາຈັກສານ, ເຄື່ອງໃຊ້ສອຍໃນຄອບຄົວສ່ວນແມ່ຍິງຂອງຊົນເຜົ່າບິດແມ່ນບໍ່ຮູ້ເຮັດວຽກຕາ່ຫູກທໍໄຫມນເພີ່ນມີແຕ່ອາໄສຊື້ຈາກຕະຫຼາດ ແລະ ຊົນເຜົ່າ ໃກ້ຄຽງມາໃຊ້ເທົ່ານັ້ນ.
ຊົນເຜົ່າບິດ: ຊົນເຜົ່າບິດໂດຍທໍາມະຊາດແລ້ວມັກດໍາລົງຊີວິດທີ່ຕິດພັນກັບທາໍມະຊາດອາໄສການຖາງປ່າເຮັດໄຮ່ເປັນອາຊີບ ແລະ ຊອກຫາເກັບເຄື່ອງປ່າຂອງດົງໄວ້ແລກປ່ຽນສິນຄ້າ ເທົ່ານັ້ນ ໂດຍທີ່ບໍ່ຫັນລົງສູ່ທົ່ງພຽງ ແລະ ການຜະລິດເປັນສິນຄ້າສົ່ງອອກແຕ່ວ່າບົດບາດຍິງຊາຍຂອງຊົນເຜົ່ານີ້ແມ່ນໄດ້ຖືກຍົກສູງເຫັນໄດ້ຈາກລູກທີ່ເກີດມາຖ້າຫາກແມ່ນລູກຊາຍ ແມ່ນໃຫ້ໃຊ້ແຊງຊື່ ແລະ ນາມສະກຸນທາງພໍ່. ແຕ່ຖ້າຫາກເປັນລູກຍິງແມ່ນຕ້ອງໄດ້ໃຊ້ແຊງຊື່ ແລະ ນາມສະກຸນ ທາງແມ່

ປະຫວັດຄວາມເປັນມາຂອງ ຊົນເຜົ່າພູນ້ອຍ ຕາມການບອກເຫຼົ່າຂອງເຈົ້າກົກ, ເຈົ້າເຫຼົ່າເພີ່ນໄດ້ໃຫ້ຮູ້ວ່າ: ຊົນເຜົ່າພູນ້ອຍ ມາຈາກປະເທດມຽນມາ, ໄດ້ເຄື່ອນຍ້າຍເຂົ້າມາຢູ່ປະເທດລາວທໍາອິດແມ່ນເຂດເມືອງວຽງພູຄາ ແຂວງຫຼວງນໍ້ທາ ໃນລະຫວ່າງສັດ ຕະວັດທີ່ 16 ຂຶ້ນມາຮອດສັດຕະວັດທີ່ 18-19 ໄດ້ເກີດສົງຄາມສັກດີນາຈີນ ແລະ ມຽນມ້າ (ພະມ້າ) ຊົນເຜົ່າພູນ້ອຍຈິ່ງໄດ້ເຄື່ອນຍ້າຍໄປຢູ່ ແຂວງຜົ້ງສາລີ, ອຸດົມໄຊ

ເຜົ່າພູນ້ອຍໄດ້ເຄື່ອນຍ້າຍ ຈາກແຂວງຜົ້ງສາລີ ລົງມາຫຼາຍນັບແຕ່ໄດ້ຮັບການປົດປ່ອຍໃນປີ 1975 ມານີ້ ແລະ ໄດ້ເຄື່ອນຍ້າຍລົງມາຫຼາຍທີ່ສຸດໃນຊຸມປີ 1990 ຫາ 2001 (ສາເຫດຍ້ອນບ່ອນທໍາມາຫາກິນແບບຄົງທີ່ຕາມພັກ-ລັດ ໄດ້ວາງອອກ).

 ຊົນເຜົ່າພູນ້ອຍ ຢູ່ແຂວງອຸດົມໄຊມີ 3 ເມືອງຄື: ເມືອງໄຊ, ເມືອງຫຼາ ແລະ ເມືອງນາຫມໍ້ ຊື່ເອີ້ນ: ຊົນເຜົ່າພູນ້ອຍຢູ່ ແຂວງອຸດົມໄຊ ມີຫຼາຍຊື່ເອີ້ນທີ່ແຕກຕ່າງກັນເຊັ່ນ: ພູນ້ອຍ, ປູ ນ້ອຍ, ປີຊູ, ຕາປາດ, ລາວແຊງ, ລາວເອີ, ພູຍອດ ແລະ ອື່ນໆ ຊື່ເອີ້ນທີ່ໄດ້ກ່າວມາຂ້າງເທິງນັ້ນມີ ການເລົ່າລືບໍ່ຄືກັນ ແລະ ກໍ່ບໍ່ແມ່ນຊື່ເອີ້ນ ທີ່ເຂົາເຈົ້າເອີ້ນໃຫ້ເຂົາ ເຈົ້າເອງແມ່ນຊື່ເອີ້ນທີ່ຊົນເຜົ່າອື່ນຕັ້ງໃຫ້ເຂົາເຈົ້າ. ຖ້າຈະຕັ້ງບັນຫາຖາມວ່າຊື່ເດີມທີ່ເຂົາເຈົ້າ ມັກ ທີ່ສຸດແມ່ນຊື່ແນວໃດແທ້ຍັງບໍ່ ທັນໄດ້ຄາໍຕອບທີ່ແນ່ນອນ ແລະ ຊັດເຈນເທື່ອ. ດ້ວຍເຫດນັ້ນ ພວກເຮົາທຸກຄົນຍັງ ຈະໄດ້ສືບຕໍ່ຄົ້ນຄວ້າໃຫ້ລະອຽດຈະແຈ້ງຕື່ມ: ໃນຂ້າງຫນ້າ.
 ພາສາ: ຊົນເຜົ່າພູນ້ອຍມີພາສາປາກເວົ້າເປັນຂອງຕົນເອງໂດຍສະເພາະແຕ່ບໍ່ມີຕົວຫນັງສືຂຽນຂອງຕົນເອງ, ພາສາ ພູນ້ອຍໄດ້ ຈັດເຂົ້າໃນຫມວດພາສາ ຈີນ-ຕີເບດ ແຕ່ລະແຊງຂອງຊົນເຜົ່າພູນ້ອຍຈະ
 ມີພາສາປາກເວົ້າທີ່ແຕກຕ່າງກັນບາງເລັກນ້ອຍດ້ານສໍານຽງ.

 ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມ: ຊົນເຜົ່າພູນ້ອຍມີຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມທີ່ເປັນເອກະລັກຂອງຕົນເອງມາແຕ່ບູຮານນະການ, 
ຊົນເຜົ່າພູນ້ອຍ ມີຈ ໍານວນຫນຶ່ງນັບຖືສາສະຫນາພຸດ, ແຕ່ວ່າ ວັດຂອງຊົນເຜົ່າພູນ້ອຍ ມີລັກສະນະງ່າຍດາຍກ່ວາວັດຂອງຊົນເຜົ່າໃນກຸ່ມພາສາ ລາວ-ໄຕ, ນອກຈາກນີ້, ຊົນເຜົ່າພູນ້ອຍຈາໍນວນຫນຶ່ງ 
ແມ່ນຍັງເຊື່ອຖືຜີເຊັ່ນ: ຜີພໍ່, ຜີແມ່, ຜີບັນພະບູລຸດ, ຜີກົກໄມ້ໃຫຍ່, ຜີແມ່ນລາໍທານ ແລະ ຜີອື່ນໆ. ໃນແຕ່ລະເຮືອນ ຂອງຊົນເຜົ່າພູນ້ອຍຍັງມີຮ້ານຫຶງ ຫຼື ຫໍຜີເປັນບ່ອນສັກ ກະລະບູຊາຂອງຄອບ 
ຄົວຖ້າຈະເວົ້າເຖິງລະບົບຄອບຄົວ, ເລືອດເນື້ອເຊື້ອສາຍ ຫຼື ການສືບ ທອດຕະກຸນຂອງຊົນເຜົ່າພູນ້ອຍ ແມ່ນມີລະບົບຄອບຄົວດຽວ,ເຊື່ອຖືປະເພນີແບບຜົວດຽວເມຍດຽວມາ ແຕ່ເດີມ ແລະ 
ສືບທອດຕະກຸນທາງພໍເປັນ ຫຼັກແບ່ງປັນມູນມໍລະດົກຂອງຄອບຄົວຜູ້ທີ່ເປັນລູກຊາຍກົກຈະມີສິດໄດ້ຫຼາຍ ກ່ວາ, ທັດຈາກນັ້ນແມ່ນລູກຊາຍ ແລະ ລູກສາວຕາມລໍາດັບ.

 ລັກສະເຮືອນຊານບ້ານຊ່ອງຂອງຊົນເຜົ່າພູນ້ອຍ: ແມ່ນມັກຕັ້ງບ້ານສ່ອງເຮືອນຊານລຽບຕາມເປີ້ນພູ ຫຼື ຕີນພູ ບ່ອນທີ່ມີຫ້ວຍນ້ຳລຳທານສະດວກສະບາຍໃນການດໍາລົງຊິວິດປະຈໍາວັນ. 
ຊົນເຜົ່າພູນ້ອຍສ່ວນຫຼາຍມັກປຸກ ເຮືອນຊັ້ນດຽວຕິດກັບດິນຝັງເສົາເຮືອນເຮັດດ້ວຍໄມ້ແກ່ນລ້ອນທີ່ແຂງແຮງ, ຝາເຮືອນແອ້ມດ້ວຍດິນດາກ ຫຼື ໄມ້ແປ້ນ ເພື່ອສະກັດກັ້ນລົມ, ກັ້ນຫນາວ. ໃນເຮືອນຂອງ 
ເຜົ່າພູນ້ອຍຈະມີການຈັດແບ່ງເປັນຫຼາຍຫ້ອງເຊັ່ນ: ຫ້ອງນອນພໍ່ແມ່, ຫ້ອງນອນລູກຊາຍທີ່ໄດ້ສ້າງຄອບຄົວແລ້ວ, ຫ້ອງນອນຂອງລູກສາວ ແລະ ລູກຊາຍທີ່ຍັງໂສດ. ຕາມ ຮີດຄອງປະເພນີຂອງເຜົ່າພູ
 ນ້ອຍຕິດແປະກັບຫ້ອງນອນຂອງພໍ່ແມ່ມີ ຫ້ອງຫນຶ່ງເປັນບ່ອນຕັ້ງ (ທັ້ງ ຫຼື ຫໍຜີ) ເປັນ ທີ່ເຄົາລົບບູຊາຂອງ ສະມາຊິກພາຍໃນຄອບຄົວ, ທາໍມະດາ ໃນເຮືອນຂອງຊົນເຜົ່າພູ ນ້ອຍ ຈະມີສອງປະຕູເຊັ່ນ: 
ປະຕູດ້ານຫນ້າເຮືອນໄວ້ເຂົ້າອອກແຕ່ລະມື້ ແລະ ປະຕູດ້ານຫຼັງ ແມ່ນໄວ້ສາໍລັບເຮັດພິທີກາໍເອີ້ນຮຽກ ຂັວນ ຫຼື ພິທີບູຊານົບໄຫ້ວຜີຕ່າງໆ ແລະ ໄວ້ໃນເວລາມີສາກສົບຄົນຕາຍຈະອອກປະຕູນີ້ໄປຝັງ 
ສາກສົບຄົນຕາຍ. ແຕ່ມາຮອດ ປັດຈຸບັນນີ້ ເຮືອນຊານບ້ານຊ່ອງລັກສະນະນີ້ໄດ້ມີການປ່ຽນແປງໄປຫມົດຊອກບໍ່ເຫັນອີກແລ້ວ.


ປະຫວັດຄວາມເປັນມາຂອງເຜົ່າມົ້ງ ແມ່ນຍ້າຍມາຈາກຊີບີລີ, ຕີເບດ, ມົງໂກນລີ ແລະ ເຂົ້າສູ່ ສ ປ ຈີນ ໄດ້ຕັ້ງຖິ່ນຖານຢູ່ລຸ່ມແມ່ນ້ຳເຫຼືອງ (ແມ່ນ້ຳຮ່ວງໂຮ) ຍ້ອນເສິກສົງຄາມເຜົ່າມົ້ງ ຈີ່ງພາກັນອົບພະຍົບ, ເຄື່ອນຍ້າຍ ມາທາງໃຕ້ຂອງປະເທດຈີນ ແລ້ວເຂົ້າສູ່ຫວຽດນາມ, ລາວ ແລະ ໄທ, ຊົນເຜົ່າມົ້ງໄດ້ຕັ້ງຖິ່ນຖານ ແລະ ດຳລົງຊີວິດ ຢູ່ແຂວງອຸດົມໄຊ ໃນ 7ເມືອງ

ຊື່ເອີ້ນ: ຊົນເຜົ່າມົ້ງ ແມ່ນຊື່ເອີ້ນດັ້ງເດີມຂອງເຂົາເຈົ້າແທ້ທັງແມ່ນຊື່ເອີ້ນທີ່ເຂົາເຈົ້າມັກທີ່ສຸດ, ຄຳສັບທີ່ວ່າ – ມົ້ງ– ແມ່ນມີຄວາມໝາຍວ່າ – ຄົນ–. ຊົນເຜົ່າມົ້ງ ຢູ່ແຂວງອຸດົມໄຊປະກອບມີ 3 ເຜົ່າພັນຄື: ມົ້ງຂາວ, ມົ້ງດຳ ແລະ ມົ້ງລາຍ. ໃນນັ້ນປະກອບດ້ວຍຫລາຍຊິ່ງເຊັ່ນວ່າ: ຊິ່ງຢ້າ, ຊິ່ງລີ, ຊິ່ງວ້າ, ຊິ່ງວື້, ຊິ່ງຊົງ, ຊິ່ງທໍ້, ຊິ່ງຈ້າງ, ຊິ່ງເຊັງ, ຊິ່ງຈື, ຊິ່ງເລົາ, ຊິ່ງມົວ ແລະ ຊິ່ງຫາ ເປັນຕົ້ນ. 
ພາສາ: ຊົນເຜົ່າມົ້ງມີພາສາປາກເວົ້າສະເພາະຂອງຕົນເອງມາແຕ່ດຶກດຳບັນ, ເຜົ່າມົ້ງມີພາສາຂຽນເປັນຂອງຕົນເອງ 2 ຮູບແບບຄື: ແບບທີ່ໜື່ງແມ່ນການປະດິດຈາກຕົວໜັງສືລາວໂດຍທ່ານລາວຝົ້ງ ໃນສະໄໝເຮັດການປະຕິວັດຊາດ ແລະ ແບບທີ່ສອງແມ່ນໝູນໃຊ້ຕົວອັກສອນ ແລະ ພະຍັນສະນະຂອງພາສາອັງກິດ. ຖ້າພວກເຮົາມາຖຽບພສາປາກເວົ້າຂອງຊົນເຜົ່າມົ້ງແຕ່ລະຊິງນຳກັນຈະເຫັນວ່າມີຄວາມແຕກຕ່າງກັນເລັກນ້ອຍ.

 ປະຫວັດຄວາມເປັນມາຂອງເຜົ່າຢັ້ງ ແມ່ນໄດ້ເຄື່ອນຍ້າຍມາຈາກພາກໃຕ້ຂອງ ສ ປ ຈີນ ລົງມາທາງ ປະເທດ ຫວຽດນາມ ແຂວງ ເຊີນລາ, ໄລເຈົາ, ລາວກາຍມາຕັ້ງຖິ່ນຖານບ້ານຊ່ອງຢູ່ບັນດາເມືອງ ຂອງແຂວງອຸດົມໄຊ.
 ຊື່ເອີ້ນ: ເຂົາເຈົ້າເອງກໍ່ເອີ້ນຕົນເອງແມ່ນຊົນເຜົ່າຢັ້ງ, ຊົນເຜົ່າອື່ນໆ ກໍ່ເອີ້ນວ່າ: ຊົນເຜົ່າຢັ້ງ ແລະ ຊື່ທີ່ເຂົາເຈົ້າມັກ ກໍ່ແມ່ນຊົນເຜົ່າຢັ້ງ.  ຄໍາສັບທີ່ວ່າ “ຢັ້ງ“ ມີຄວາມຫມາຍລະອຽດຈະແຈ້ງແມ່ນ  ຍຸດ“ ຫຼື “ເຊົາ.

ພາສາ: ຊົນເຜົ່າຢັ້ງ ມີພາສາປາກເວົ້າຂອງຊົນເຜົ່າຕົນເອງໄດ້ຈັດເຂົ້າຢູ່ໃນຫມວດພາສາ ລາວ-ໄຕ, ຖ້າຈະໄຈ້ແຍກ, ວິໄຈລະອຽດພາສາປາກເວົ້າ ຫຼື ສໍານຽງການປາກເວົ້າຄ້າຍຄືກັບ ສຳນຽງການປາກເວົ້າຂອງຊົນເຜົ່າລື້ ແຕ່ຫາກຕ່າງກັບ ຊົນເຜົ່າຢັ້ງ ບໍ່ມີຕົວຫນັງສືຂຽນຄື: ຊົນເຜົ່າລື້ ແລະ ຊົນເຜົ່າລາວ.

ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າຢັ້ງ: ຊົນເຜົ່າຢັ້ງ ຢູ່ແຂວງ ອຸດົມໄຊ ແມ່ນໄດ້ເຊື່ອຖື ແລະ ເຄົາລົບບູຊາບັນພະບູລຸດຂອງຕົນ ແລະ ສິ່ງສັກສິດທັງປວງເຊັ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ ແລະ ອື່ນໆ. ນອກຈາກ ນັ້ນ ເຜົ່າຢັ້ງຍັງມີພິທີກຳທາງຮີດຄອງໃນການຊອກຫາດິນບ່ອນຕັ້ງບ້ານ, ເຮືອນ, ພິທີ່ກາໍເວລາໃກ້ຈະດຳນາ, ພິທີກຳເຂົ້ານາໃກ້ຈະງາມເປັນບ່າວເປັນສາວ ແລະ ພິທີກຳທີ່ເປັນງານບຸນໃຫຍ່ ສໍາຄັນທີ່ສຸດ ແມ່ນບຸນກິນຈຽງຂອງເຜົ່າຢັ້ງ (ໃນເວລາດຽວກັນກັບເຜົ່າອາຄາ ແລະ ເຜົ່າໄຕດຳ ).

ລັກສະນະເຮືອນ: ຂອງເຜົ່າຢັ້ງຢູ່ ແຂວງອຸດົມໄຊ ແມ່ນປຸກສ້າງເຮືອນຮ້ານແບບເຮືອນຂອງເຜົ່າລາວ ແລະ ເຜົ່າລື້ ແຕ່ຂະຫນາດ  ແລະ ການຈັດວາງໃນເຮືອນມີອັນແຕກຕ່າງກັນກັບເຜົ່າລາວ ແລະ ເຜົ່າລື້, ເຜົ່າຢັ້ງໃນເຮືອນ ມີຮ້ານຜີ ແລະ ມີຂໍ້ຫ້າມຂະ ລາໍຫຼາຍຢ່າງເພາະເຜົ່າຢັ້ງເຊື່ອຖືບັນພະບູລຸດ ແລະ ສິ່ງສັກສິດມີການຄະລຳມີຂໍ້ຫ້າມ ຫຼາຍກ່ວາເຜົ່າລື້ ແລະ ເຜົ່າລາວ ຕົວຢ່າງ: ການລ່ວງລະເມີດເຂົ້າຫ້ອງນອນຂອງ ສະມາຊິກພາຍໃນເຮືອນ ຈະຖືກປັບ ໃໝ່ປົວແປ້ງຜີເຮືອນ ຫມູ 4 ກຳ 1 ໂຕ, ເຫຼົ້າຂາວ 1 ລິດ, ເຫຼົ້າໄຫ 1 ໄຫ ແລະ ອື່ນໆ

 


ປະຫວັດຄວາມເປັນມາຂອງຊົນເຜົ່າລະເມດ ແມ່ນຊົນເຜົ່າຫນຶ່ງທີ່ດຳລົງຊິວິດ ແລະ ຕັ້ງຖິ່ນຖານບ້ານເກີດຢູ່ແຂວງອຸດົມໄຊ ໄດ້ຫຼາຍພັນປີມາແລ້ວ, ບົນເສັ້ນທາງການເຄື່ອນຍ້າຍຂອງຊົນເຜົ່າລະເມດທີ່ມາລະອຽດຈະແຈ້ງ ແນວໃດ ແລະ ມາດ້ວຍວິທີໃດນັ້ນ, ບໍ່ທັນມີນັກຄົ້ນຄ້ວາທ່ານໃດຮູ້ ແລະ ກຳຂໍ້ມູນທີ່ແນ່ນອນເທື່ອ.

ແຕ່ຊົນເຜົ່າລະເມດທີ່ມີຢູ່ແຂວງອຸດົມໄຊ  ຊົນເຜົ່າລະເມດ ທີ່ຢູ່ແຂວງອຸດົມໄຊ ບໍ່ມີບ້ານເອກະລາດ, ສ່ວນຫຼວງຫຼາຍແມ່ນຢູ່ບ້ານປະສົມກັບຊົນເຜົ່າອື່ນໆ ໃນເທດສະບານແຂວງເທົ່ານັ້ນ ເຊັ່ນ: ບ້ານລ້ອງກໍເດື່ອ, ບ້ານດອນໄຊ, ບ້ານ ຫນອງແມງດາ ແລະ ບ້ານອື່ນໆ.

ຊື່ເອີ້ນ: ຊົນເຜົ່າລະເມດ ແມ່ນຊື່ທີ່ເຂົາເຈົ້າກໍ່ມັກ ແລະ ຊົນເຜົ່າອື່ນໆ ກໍ່ເອີ້ນເຂົາເຈົ້າແມ່ນຊົນເຜົ່າລະເມດ, ສ່ວນຄໍາສັບທີ່ວ່າ “ລະເມດ“ ມີຄວາມຫມາຍແນວໃດນັ້ນຍັງບໍ່ທັນ
ມີຜູ້ໃດອະທິບາຍໃຫ້ຮູ້ຢ່າງຈະແຈ້ງເທື່ອຍັງແມ່ນບັນຫາທີ່ຈະຕ້ອງໄດ້ສຶກສາຄົ້ນຄ້ວາຕື່ມໃນອານາຄົດຂ້າງຫນ້າ.
ພາສາ: ຊົນເຜົ່າລະເມດມີພາສາປາກເວົ້າສະເພາະຂອງຊົນເຜົ່າຕົນເອງ ແລະ ໄດ້ຈັດຢູ່ໃນກຸ່ມພາສາ ມອນ-ຂະແມ, ຊົນເຜົ່າ ລະເມດຍັງບໍ່ທັນມີຕົວຫນັງສືຂຽນເປັນຂອງຕົນເອງເທື່ອ. ແຕ່ຊົນເຜົ່າລະເມດສາມາດຮູ້ປາກເວົ້າຫຼາຍພາສາ ຂອງຊົນເຜົ່າອື່ນໆ ທີ່ໃກ້ຄຽງຢ່າງສະດວກສະບາຍເປັນຕົ້ນແມ່ນພາສາຂອງເຜົ່າກຶມມຸໄດ້ດີທີ່ສຸດ. ແຕ່ກົງກັນຂ້າມຊົນເຜົ່າກຶມມຸ ແລະ ຊົນເຜົ່າອື່ນໆ. ທີ່ຢູ່ໃກ້ຄຽງຊົນເຜົ່າລະເມດ ພັດບໍ່ຮູ້ພາສາປາກເວົ້າຂອງເຜົ່າລະເມດ.

ຊື່ເອີ້ນ: ເຂົາເຈົ້າເອງກໍ່ມັກເຜົ່າລາວ ແລະ ຊົນເຜົ່ານັ້ນກໍ່ເອີ້ນວ່າເຜົ່າລາວ ແລະ ເຂົາເຈົ້າມັນກໍ່ແມ່ນເຜົ່າລາວ, ຄຳສັບທີ່ວ່າ “ລາວ“ ຫຼາຍໆ ຄົນໄດ້ສັນນິຖານວ່າຄົງຈະມາຈາກຄໍາສັບ: ລົວະ, ລາວະ, ດາວ ແລະ ອື່ນໆ. ຊົນ ເຜົ່າ ລາວຢູ່ແຂວງອຸດົມໄຊມີພຽງແຕ່ 16 ບ້ານ, ມີ 3609 ຄົວເຮືອນ. ມີແຊງລາວພວນຢູ່ເມືອງຮຸນ, ແຂວງອຸດົມໄຊ  ແມ່ນມີສໍານຽງພາສາປາກເວົ້າແຕກຕ່າງກັນ ກັບຊົນເຜົ່າ ໄທພວນຢູ່ ແຂວງ ຊຽງຂວາງ ແລະ ແຫ່ງອື່ນໆໃນປະເທດລາວ.
ພາສາ: ຂອງຊົນເຜົ່າລາວ (ນັບທັງເຜົ່າລາວພວນຢູ່ເມືອງຮຸນ) ແມ່ນໄດ້ຈັດຢູ່ໃນກຸ່ມພາສາປາກເວົ້າລາວ-ໄຕ. ເຜົ່າລາວມີຕົວໜັງສືຂຽນ ແລະ ຍັງໄດ້ເອົາເປັນພາສາກາງຂອງທຸກຊົນເຜົ່າ ແລະ ເອົາຕົວ ຫນັງສືລາວເປັນຕົວຫນັງສືທາງລັດຖະການ, ນອກຈາກນີ້ ຍັງມີຕົວໜັງສືທຳທາງພຸດທະສາດສະໜາ.
ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ -ສັງຄົມຂອງຊົນເຜົ່າລາວ: ແມ່ນມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນໂດຍສະເພາະ ແມ່ນຮີດ 12 ຄອງ 14 ຊົນເຜົ່າລາວມີຄວາມເຊື່ອຖືພຸດທະສາ 
ສະໜາ, ມີວັດວາອາລາມປະຈຳຢູ່ແຕ່ລະບ້ານ ເປັນທີເພິ່ງພາທາງຈິດໃຈຂອງ ຊາວສາສະນິກະຊົນເປັນບ່ອນເຕົ້າໂຮມຄວາມ ສາມັກຄີ ຂອງຊາວບ້ານ. ນອກຈາກນີ້ເຜົ່າລາວຍັງມີຄວາມເຊື່ອຖືຜີພໍ່, ແມ່, ເຮືອນ, 
ຜີບ້ານ, ຜີປ່າຊ້າ, ຜີເງືອກ ແລະ ຜີອື່ນໆ).

ປະຫວັດຄວາມເປັນມາຂອງຊົນເຜົ່າລື້: ແມ່ນເຄື່ອນຍ້າຍມາຈາກ 12 ພັນນາ ສປປ ຈີນ ລົງມາຕັ້ງຖິ່ນ ຖານບ້ານຊ່ອງຂອງຕົນ ຢູ່ບັນດາເມືອງຂອງ ແຂວງອຸດົມໄຊ

 ຊື່ເອີ້ນ: ແມ່ນເຜົ່າລື້, ຊົນເຜົ່າອື່ນໆ. ກໍ່ເອີ້ນເຂົາເຈົ້າວ່າເຜົ່າລື້ ແລະ ຊື່ທີ່ເຂົາເຈົ້າມັກກໍ່ແມ່ນເຜົ່າລື້ ຄຳວ່າ: “ລື້“ ມີຄວາມຫມາຍວ່າ “ຄົນ“ ຊົນເຜົ່າລື້ຢູ່ ແຂວງອຸດົມໄຊ ມີສອງແຊງຄື: ຊົນເຜົ່າອຸ້ຍ ແລະ ຊົນເຜົ່າເຂີນ.

 ພາສາ: ຊົນເຜົ່າລື້ ມີພາສາສະເພາະຂອງຕົນເອງ ແລະ ໄດ້ຈັດຢູ່ໃນກຸ່ມພາສາປາກເວົ້າ ລາວ-ໄຕ, ຊົນເຜົ່າລື້, ອຸ້ຍ, ເຂີນ ມີຕົວຫນັງສືຂຽນດ້ວຍຕົວທຳຢູ່ໃນໃບລານ, ຕົວອັກສອນ ຫຼື ຕົວຫນັງສືຂຽນຂອງຊົນເຜົ່າລື້ຄ້າຍໆ ກັບຕົວທາໍຂອງຊົນເຜົ່າລາວ.

 ຄວາມເຊື່ອຖືຮີດຄອງປະເພນີ ແລະ ວັດທະນະທໍາ - ສັງຄົມຂອງຊົນເຜົ່າລື້ຢູ່ແຂວງອຸດົມໄຊ: ຊົນເຜົ່າລື້ ມີຄວາມເຊື່ອຖື ແລະ ວັດທະທຳຄ້າຍໆກັບຊົນເຜົ່າລາວ ແມ່ນເຊື່ອຖືພຸດທະສາສະຫນາ ແລະ ເຊື່ອຖືຜີພໍ່, ຜີແມ່, ຜີເຮືອນ, ຜີບ້ານ, ຜີເມືອງ ແລະ ຜີອື່ນໆ. ແຕ່ດ້ານລະບົບໂຄງສ້າງທາງດ້ານສັງຄົມຂອງຊົນ ເຜົ່າລື້, ພວກເຮົາ ເຫັນໄດ້ວ່າຂ້ອນຂ້າງຫນັກແຫນ້ນ ແລະ ເຂັ້ມງວດກວ່າຊົນເຜົ່າອື່ນໆ.

ໃນຫມວດພາສາ ລາວ-ໄຕສະໄຫມຝຣັ່ງປົກຄອງ ຈະມີ 6 ຊັ້ນຢ່າງລະອຽດຈະແຈ້ງເຊັ່ນ: ພໍ່ລາມ, ຫມື່ນ, ແສນ, ຈ່າ, ເພ່ຍ ແລະ ພະຍາ. ຊົນເຜົ່າລື້ຈະເອົາຊື່ຂອງ ສັດມາເປັນຊື່ຂອງຕະກຸນເຊັ່ນ: ຊິ່ງເສື້ອ, ຊິ່ງນົກຕັ້ງລໍ້, ຊິ່ງນົກວາກ ແລະ ຊິ່ງອື່ນໆ.

ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ແມ່ນຊົນເຜົ່າຫນຶ່ງທີ່ຂຶ້ນກັບໃນວົງຄະນະຍາດແຫ່ງຊາດລາວ ໂດຍສະເພາະແມ່ນ ແຂວງອຸດົມໄຊ. ຊົນເຜົ່າຫໍ້ຢູ່ແຂວງອຸດົມໄຊມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງແຕ່ຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖືຮີດຄອງປະເພນີແລະວັດທະນະທໍາ-ສັງຄົມທີ່ເປັນເອກະລັກຂອງຕົນໄວ້ເປັນຢ່າງດີ.

ໃນຫນຶ່ງ ປີຂອງຊົນເຜົ່າຫໍ້ ຈະມີພິທີແລະງານບຸນປະເພນີຫຼາຍໆຄັ້ງຕໍ່ປີແຕ່ບຸນປະເພນີທີ່ສໍາຄັນກວ່າຫມູ່ແມ່ນບຸນກິນຈຽງ ຫຼື ບຸນປີໃຫມ່ຂອງທຸກໆປີ, ຊົນເຜົ່າຫໍ້ ມັກຈະເຮັດຮີດຄອງດ້ວຍການຂ້າໝູເພື່ອລ້ຽງຜີເຮືອນ ( ຜີພໍ່, ຜີແມ່ ) ໃນຄ້ຳ  ຄືນແຮມ 14 -15 ຄ່ໍຳຂອງ ເດືອນ 2 ຫຼື 3 ຂອງທຸກໆປີແມ່ນມື້ເລີ່ມຕົ້ນກິນຈຽງດ້ວຍການຈູດຫມາກກະໂພກມີ ສຽງຟົດສະຫນັ່ນຫວັ່ນໄຫວທົ່ວບໍລິເວນ. ນອກຈາກນີ້ຍັງມີເຄື່ອງ ດົນຕີພື້ນເມືອງ ຫຼາຍຊະນິດຄືເວີ່, ສີຊໍ, ກະຈັບປີ່, ຂຸ່ຍ,ແກ່ ແລະ ອື່ນໆ.

ປະຫວັດຄວາມເປັນມາຂອງຊົນເຜົ່າຫໍ້ ຢູ່ແຂວງອຸດົມໄຊ ມີກົກເຄົ້າຕົ້ນກໍາເນີດມາຈາກປະເທດຈີນ, ຊົນເຜົ່າ ຫໍ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຢູ່ແຂວງຜົ້ງສາລີ ໃນສັດຕະວັດທີ່ 19 ແຕ່ຍົກຍ້າຍລົງມາຢູ່ແຂວງອຸດົມໄຊ ແມ່ນໃນຊຸມປີ 1965-1970 ມີປະມານສອງຄອບຄົວ ຢູ່ບ້ານຫ້ວຍຂຸມ ເມືອງໄຊ ເທດສະບານແຂວງອຸດົມໄຊ, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ວັນທີ່ 2 ທັນວາ 1975 ຈົນຮອດປະຈຸບັນນີ້ຊົນເຜົ່າຫໍ້ໄດ້ເຄື່ອນຍ້າຍເຂົ້າມາຢູ່ແຂວງອຸດົມໄຊນັບມື້ນັບຫຼາຍຂຶ້ນ.

ຊື່ເອີ້ນ: ຊົນເຜົ່າຫໍ້ແມ່ນຊື່ທີ່ເຂົາເຈົ້າມັກທີ່ສຸດ ແລະ ຊົນເຜົ່າອື່ນໆກໍ່ເອີ້ນເຂົາເຈົ້າແມ່ນຊົນເຜົ່າຫໍ້ ແຕ່ຄໍາສັບທີ່ວ່າ “ຫໍ້ມີຄວາມຫມາຍແນວໃດກໍ່ບໍ່ທັນມີຜູ້ໃດທີ່ຈະອະທິບາຍໄດ້ເທື່ອ.

 ພາສາ: ຊົນເຜົ່າຫໍ້ຢູ່ ແຂວງອຸດົມໄຊ ມີພາສາປາກເວົ້າເປັນຂອງຕົນເອງ ແລະ ມີຕົວຫນັງສືຂຽນເປັນຂອງຕົນເອງ, ເຜົ່າຫໍ້ໄດ້ ຈັດເຂົ້າໃນຫມວດພາສາ ຈີນ-ຕີເບດ ຂອງສາຂາຫ່ານຫໍ້. ່

ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າຫໍ້: ຊົນເຜົ່າຫໍ້ເຖິງແມ່ນວ່າໄດ້ມາຕັ້ງຖິ່ນຖານມາ ຫາກິນຢູ່ ແຂວງອຸດົມໄຊ ແຕ່ດົນນານແຕ່ວ່າຊົນເຜົ່າຫໍ້ຍັງຮັກສາຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມທີ່ ເປັນເອກະລັກຂອງຊົນເຜົ່າຕົນເອງໄວ້ເປັນຢ່າງດີ. ແຕ່ລະຄອບຄົວຂອງຊົນເຜົ່າຫໍ້ ແມ່ນເຊື່ອຖືຜີພໍ່, ຜີແມ່, ຜີຂອງບັນພະບູລຸດຕົນທີ່ໄດ້ລ່ວງຫລັບໄປ ໂດຍການເຮັດຫິ້ງຮ້ານບູຊາໄວ້ໃນເຮືອນຂອງ ແຕ່ລະຄອບຄົວ, ນອກຈາກນີ້, ກໍ່ຍັງມີຈໍານວນຫນຶ່ງແມ່ນໄດ້ ເຊື່ອຖືສາສະຫນາເຕົ່າ.

ປະຫວັດຄວາມເປັນມາຂອງຊົນເຜົ່າອາຄາ ແມ່ນເຄື່ອນຍ້າຍມາຈາກ ແຂວງໄລເຈົາ ຂອງ ສສ ຫວຽດນາມ ມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍມາຢູ່ ແຂວງອຸດົມໄຊ ໄດ້ປະມານ 60-70 ປີແລ້ວ ພົນລະເມືອງຊົນເຜົ່າອາຄາຢູ່ ແຂວງອຸດົມໄຊ

 ຊື່ເອີ້ນ: ຊົນເຜົ່າອາຄາ ມີຊື່ເອີ້ນຫຼາຍຢູ່ແຕ່ເຂົາເຈົ້າເອີ້ນຕົວເອງວ່າ: “ອາຄາ“ ສ່ວນເຜົ່າອື່ນ ເອີ້ນເຂົາເຈົ້າວ່າ “ລາວ ສູງກໍ່“ ຫຼື “ລາວ“ ຊື່ທີ່ເຂົາເຈົ້າມັກທີ່ສຸດແມ່ນ “ອາຄາ“ ອີງຕາມການລົງສຳຫຼວດເກັບກໍາຂໍ້ມູນຕົວຈິງ ຊົນເຜົ່າອາຄາ ຢູ່ໃນສອງເມືອງ (ເມືອງຫຼາ ແລະ ເມືອງນາຫມໍ້) ປະກອບມີຫຼາຍແຊງດ້ວຍກັນເຊັ່ນ: ປູລີອາຄາ, ຈີຈໍອາຄາ, ຈີເປຍອາຄາ, ມູເຕີນອາຄາ, ສຸມາອາຄາ ແລະ ປາຍາອາຄາ.

ພາສາ: ຊົນເຜົ່າອາຄາແມ່ນຊົນເຜົ່າຫນຶ່ງທີ່ມີພາສາປາກເວົ້າເປັນຂອງຕົນເອງ, ແຕ່ບໍ່ມີຕົວຫນັງສືຂຽນຊົນເຜົ່າອາຄາ ໄດ້ຈັດ ເຂົ້າໃນຫມວດພາສາ ຈີນ-ຕີເບດ.

 ຄວາມເຊື່ອຖື, ຮີດຄອງປະເພນີ ແລະ ວັດທະນະທໍາ-ສັງຄົມຂອງຊົນເຜົ່າອາຄາ: ຊົນເຜົ່າອາຄາມີຄວາມ ເຊື່ອຖືຜີຢ່າງໜັກໜ່ວງ ແລະ ຍາກທີ່ສຸດທີ່ຈະໃຫ້ຊົນເຜົ່າອາຄາປ່ຽນຈິດໃຈຄວາມເຊື່ອຖືເກົ່າໄປເຊື່ອຖື ສາສະໜາ ອື່ນ, ຊົນເຜົ່າອາຄາມີຄວາມເຊື່ອຖືຜີພໍ່ ຜີແມ່, ຜີເຮືອນ, ຜີບ້ານ ແລະ ບັນພະບູລຸດຂອງຕົນ, ບັນພະບູລຸດເຫຼົ່າ ນັ້ນຈະຄ່ອຍໃຫ້ຄວາມດູແລເບິ່ງແຍງ, ປົກປັກຄຸ້ມຄອງສະມາຊິກພາຍໃນຄອບຄົວ, ທຸກໆເຮືອນຈະມີຮ້ານຜີ. ນອກ ຈາກນີ້, ຊົນເຜົ່າອາຄາຍັງເຊື່ອຖືຜີຕົ້ນໄມ້ ຜີພູຜາປ່າດົງ, ຜີແມ່ນຫ້ວຍຮ່ອງ ແລະ ອື່ນໆ. ເນື່ອງຈາກຊົນເຜົ່າອາຄາມີຄວາມເຊື່ອຖືດັ່ງກ່າວຈຶ່ງມີພິທີກໍາຕ່າງໆ ຫຼາຍຢ່າງລັກສະນະ ຂອງການວິ່ງວອນ, ຮ້ອງຂໍສິ່ງສັກສິດເພື່ອມາຄຸ້ມຄອງ, ຮັກສາ ແລະ ປັດເປົ່າສິ່ງຊົ່ວຮ້າຍຕ່າງໆ ໃຫ້ດົນບັນດານແຕ່ຄວາມດີມີສຸກໃນຊີວິດຄອບຄົວ, ຊົນເຜົ່າອາຄາ ມີຄວາມ ເຄັ່ງຄັດໃນເລື່ອງການປະຕິບັດຮີດ ຄອງປະເພນີ, ຂໍ້ຫ້າມ ແລະ ການຄະລຳຢ່າງຫຼວງຫຼາຍເຊັ່ນ: ຫ້າມຈັບບາຍສິ່ງ ຂອງຢູ່ບໍລິເວນປະຕູໂຂງຂອງບ້ານ, ຫ້າມເອົາເຄື່ອງຂອງຫ້ອຍເທິງຝາປະຕູບ່ອນສີຫນ້າເຮືອນ, ຫ້າມເອົາຊີ້ນດິບເຂົ້າ ແລະ ຜ່ານບ້ານ, ຄະລຳບໍ່ໃຫ້ກິນລູກສັດນ້ອຍໃນທ້ອງເຊັ່ນ: ລູກຟານ, ລູກໝູ, ລູກເງັນ ແລະ ລູກອື່ນໆ ຫ້າມ ຂັບລຳ, ຮ້ອງຟ້ອນ ແລະ ລົມສາວຢູ່ໃນເຮືອນ, ບ່າວສາວລົມກັນແມ່ນລົມຢູ່ເລົ້າເຂົ້າ, ແມ່ຍິງມີລູກທາງ (ລູກບໍ່ມີພໍ່) ບໍ່ໃຫ້ເກີດຢູ່ບ້ານ, ໄປເກີດຢູ່ປ່າ, ແມ່ຍິງເກີດລູກຝາແຝດບໍ່ໃຫ້ຢູ່ບ້ານ, ເກີດລູກມາອະໄວຍະວະບໍ່ຄົບ ຫຼື ອະໄວຍະ ວະເຫຼືອແບບຜິດປົກກະຕິ ແມ່ນຂ້າຖິ້ມ, ແມ່ຮ້າງນາງຫມ້າຍບໍ່ໃຫ້ຕາຍຢູ່ບ້ານ, ກໍລະນີຕາຍຢູ່
 ບ້ານຕ້ອງໄດ້ຍ້າຍບ້ານໄປຢູ່ບ່ອນໃຫມ່.

 ຊົນເຜົ່າອາຄາ ສືບທອດເຊື້ອສາຍວົງຕະກູນທາງພໍ່ເປັນຫຼັກ, ຜູ້ຊາຍເມື່ອໄດ້ແຕ່ງດອງສ້າງຄອບຄົວແລ້ວຕ້ອງໄດ້ພາ ເມຍ ລົງປຸກສ້າງເຮືອນຕ່າງຫາກ ຢູ່ຕິດກັບເຮືອນ ໃຫຍ່ຂອງພໍ່ແມ່ຂອງຕົນ, ເພາະວ່າເຮືອນໃຫຍ່ 
ຫຼັງຫນຶ່ງສາມາດນອນໄດ້ຫນຶ່ງຄອບຄົວ. ເພາະວ່າຊົນເຜົ່າອາຄາຜູ້ຊາຍມີບົດບາດສໍາຄັນທີ່ສຸດຢູ່ໃນເຮືອນ ແລະ ບ້ານອີກດ້ວຍ

 ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນຢູ່ ເມືອງນາຫມໍ້ ແຂວງອຸດົມໄຊ ແມ່ນໄດ້ອົບພະຍົບ 9າຈາກ ເມືອງ ຢູນນານ ສປປ ຈີນ ລົງມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍເຂົ້າມາເມືອງນາຫມໍ້ ...

 ປະຫວັດຄວາມເປັນມາຂອງຊົນເຜົ່າອີວມຽນ ຢູ່ ເມືອງນາຫມໍ້ ແຂວງອຸດົມໄຊ ແມ່ນໄດ້ອົບພະຍົບ 9າຈາກ ເມືອງ ຢູນນານ ສປປ ຈີນ ລົງມາຢູ່ແຂວງຜົ້ງສາລີ ແລະ ເຄື່ອນຍ້າຍເຂົ້າມາເມືອງນາຫມໍ້ ແຂວງອຸດົມໄຊ

ຊື່ເອີ້ນ: ຊົນເຜົ່າຄີວມຽນ ມີຊື່ເອີ້ນແຕ່ລະໄລຍະ ແລະ ແຕ່ລະສະໄຫມແຕກຕ່າງກັນຄື: ສະໄໝເຮັດການປະຕິວັດ ຊາດປະຊາທິປະໄຕ, ພັກ-ລັດ ພາເອີ້ນ ວ່າ ຊົນເຜົ່າລາວຫ້ວຍ, ເຜົ່າມົ້ງ ແລະ ເຜົ່າອື່ນໆ ເອີ້ນເຂົາວ່າເຜົ່າ ແລນແຕນ, ຈຳນວນຫນຶ່ງພັດເອີ້ນວ່າຢ້າວຂາມ ແລະ ອື່ນໆ.

ຊື່ຈັດໃຫມ່ປັດຈຸບັນແມ່ນເຜົ່າ ອີວມຽນ ແມ່ນຊື່ທີ່ເຂົາເຈົ້າມັກທີ່ສຸດ ເຜົ່າອີວມຽນຈະມີສອງແຊງຄື: ເຜົ່າອີວມຽນຂາວ ແລະ ເຜົ່າອີວມຽນແດງ, ເຜົ່າອີວມຽນສອງບ້ານຢູ່ເມືອງນາໝໍ້ ຂອງ ແຂວງອຸດົມໄຊ ແມ່ນເຜົ່າອີວມຽນຂາວ (ສວນເຜົ່າອີວມຽນແດງ ແມ່ນຢູ່ເມືອງປາກທາ ແຂວງບໍ່ແກ້ວ ຄືບ້ານຫ້ວຍແມງ

ປະຫວັດຄວາມເປັນມາຂອງຊົນເຜົ່າໄຕ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕໄດ້ເຄື່ອນຍ້າຍຈາກດິນ ແດນ ແຄ້ວນໃຕ້ ຂອງຈີນລົງມາຕາມລ້ອງແມ່ນນ້ຳດຳ...

ປະຫວັດຄວາມເປັນມາຂອງຊົນເຜົ່າໄຕ ແມ່ນຄ້າຍໆກັບຊົນເຜົ່າລາວ, ເຜົ່າລື້ ຊົນເຜົ່າໄຕໄດ້ເຄື່ອນຍ້າຍຈາກດິນ ແດນ ແຄ້ວນໃຕ້ ຂອງຈີນລົງມາຕາມລ້ອງແມ່ນນ້ຳດຳ, ແມ່ນ້ຳເມົາເຂົ້າສູ່ປະເທດຫວຽດນາມແຂວງເຊີນລາ ໄລເຈົາ ແລະ ດຽນບຽນຟູ ແລະ ເຂົ້າມາຕັ້ງຖິ່ນຖານບ້ານເກີດເມືອງນອນ ຢູ່ແຂວງອຸດົມໄຊ ໄດ້ຫຼາຍຮ້ອຍພັນປີມາແລ້ວ, ຊົນເຜົ່າໄຕມີຢູ່ບັນດາເມືອງຂອງແຂວງອຸດົມໄຊ.

ຊື່ເອີ້ນ: ຊົນເຜົ່າໄຕຢູ່ແຂວງ ອຸດົມໄຊ ມີຫຼາຍຊື່ເອີ້ນທີ່ແຕກຕ່າງກັນ. ຊື່ເດີມ ແລະ ຊື່ທີ່ເຂົາເຈົ້າມັກທີ່ສຸດກໍ່ແມ່ນເຜົ່າ ໄຕ ແມ່ນຖືກຕ້ອງກັບສຳນຽງເອີ້ນຂອງເຂົາເຈົ້າເອງ, ສ່ວນຊົນເຜົ່າອື່ນໆ ເອີ້ນແມ່ນບໍ່ຖືກກັບສໍານຽງຂອງຊົນເຜົ່າໄຕຈະອອກເປັນສາໍນຽງເປັນ “ໄທ ຫຼາຍກ່ວາ ເຖິງແມ່ນວ່າຈະເອີ້ນວ່າ: “ໄຕ ຫຼື "ໄທ ລ້ວນແຕ່ມີຄວາມຫມາຍແມ່ນ ຄົນ".

ຊົນເຜົ່າໄຕ ແມ່ນຊື່ເອີ້ນຕາມການນຸ່ງຫົ່ມເຄື່ອງແຕ່ງກາຍຂອງເຂົາເຈົ້າເປັນສ່ວນໃຫຍ່ ເຊັ່ນວ່າ: ຖ້ານຸ່ງສີດກໍ່ ເອີ້ນວ່າ: “ໄຕດຳ, ຖ້ານຸ່ງສີຂາວກໍ່ເອີ້ນວ່າ: “ໄຕຂາວ, ນຸ່ງສີແດງ ກໍ່ເອີ້ນວ່າ: “ໄຕແດງ ແລະ ອື່ນໆ ຊົນເຜົ່າໄຕຢູ່ ແຂວງອຸດົມໄຊປະກອບມີ ສອງແຊງຄື: ໄຕດໍາ ແລະໄຕຂາວ

Post a Comment

Previous Post Next Post