ແຂວງອຸດົມໄຊ ເປັນແຂວງທີ່ຕັ້ງຂຶ້ນໃຫມ່ໃນສະໄຫມສົງຄາມໂດຍລັດຖະບານຝ່າຍປະເທດລາວ ຫຼື ແຕ່ກ່ອນສະໄຫມຣາຊະອານາຈັກລາວ ເປັນພຽງບັນດາເມືອງທີ່ຂຶ້ນກັບແຂວງຫລວງພະບາງ. ໃນປີ1955 ຈັກກະພັດອາເມລິກາໄດ້ເຂົ້າມາແທນທີ່ພວກຈັກກະພັດຝຣັ່ງ ພວກເຂົາໄດ້ສືບຕໍ່ປັບປຸງອໍານາດການປົກຄອງເກົ່າ ທີ່ພວກຝຣັ່ງຈັດຕັ້ງໄວ້ ເພື່ອນໍາໃຊ້ເປັນເຄື່ອງມືຂອງພວກເຂົາສືບຕໍ່ໄປ.
ມາຮອດປີ ຄ.ສ 1956 ພວກຈັກກະພັດອາເມລິກາໄດ້ປະສານສົມທົບກັບເຈົ້າຊີວິດຫລວງພະບາງ ໄດ້ໂຮມເອົາ 3 ເມືອງຄື: ເມືອງໄຊ, ເມືອງຮຸນ ແລະ ເມືອງປາກທາ ມາສ້າງເປັນກິ່ງແຂວງໃສ່ຊື່ວ່າ ກິ່ງແຂວງ ໄຊຍະພູມ ແຕ່ງຕັ້ງທ່ານຫຸມເພັງ ຄົນຫລວງພະບາງຂຶ້ນມາເປັນເຈົ້າກິ່ງແຂວງ ຊຶ່ງມີສໍານັກງານຕັ້ງຢູ່ເມືອງໄຊ ແລະ ໃຫ້ຂຶ້ນກັບການອາລັກຂາຂອງແຂວງຫລວງພະບາງ.
ສ່ວນຝ່າຍປະຕິວັດ ແນວລາວຮັກຊາດ ກໍໄດ້ສ້າງຕັ້ງຄະນະພັກກິ່ງແຂວງຂອງຕົນຂຶ້ນ ມີສໍານັກງານຕັ້ງຢູ່ລະຫວ່າງຊາຍແດນເມືອງຮຸນ, ເມືອງແບງ ແລະ ເມືອງນາແລ, ແຕ່ງຕັ້ງສະຫາຍບຸນທັນ ວັນນະພົນ ຄະນະ ພັກແຂວງຫລວງພະບາງ ມາເປັນເຈົ້າກິ່ງແຂວງ, ສະຫາຍ ບຸນພາ ສຸລິຍະ ເປັນຮອງ.
ພາຍຫລັງເມືອງໄຊ ໄດ້ຮັບການປົດປ່ອຍສູນກາງແນວລາວຮັກຊາດ ໄດ້ສືບຕໍ່ໃນການສ້າງແຂວງອຸດົມ ໄຊໃຫ້ເປັນແຂວງຢ່າງສົມບູນ ໃນວັນທີ 15 / 7 / 1962 ແລ້ວໃສ່ຊື່ວ່າ ແຂວງລ້ານຊ້າງ ກໍາລັງປະຕິວັດ ໄດ້ສືບຕໍ່ປົດປ່ອຍເອົາບັນດາຕາແສງໃຫຍ່ຄື: ຕາແສງເມືອງແບງ, ນາຫມໍ້, ເມືອງຫລາ, ເມືອງງາ ມາສ້າງເປັນເມືອງ ຂຶ້ນກັບ ແຂວງລ້ານຊ້າງໃນໄລຍະຕໍ່ມາ.
ມາຮອດປີ 1965 ໄດ້ຕົກລົງປ່ຽນຊື່ຈາກ ຂວງລ້ານຊ້າງ ມາເປັນ "ແຂວງເມືອງໄຊ"
ມາຮອດປີ 1967 ໄດ້ປ່ຽນຊື່ຈາກ "ແຂວງເມືອງໄຊ" ມາເປັນ "ແຂວງອຸດົມໄຊ" ຈົນມາເຖິງປັດຈຸບັນ.
ທີ່ຕັ້ງ ຈຸດພິເສດ ທາງດ້ານພູມສາດ
ແຂວງອຸດົມໄຊຕັ້ງຢູ່ລະຫວ່າງເສັ້ນຂະຫນານ 21 ອົງສາ 15 ລິບດາເຫນືອ ແລະເສັ້ນຂະຫນານ 20 ອົງສາ 30 ລິບດາ ເຫນືອ, ເປັນແຂວງທີ່ມີພື້ນທີ່ສູງ-ຊັນ ໃນລະດັບສະເລ່ຍ 300-1.850 ແມັດທຽບຈາກຫນ້າ ນໍ້າທະເລ.
ເປັນແຂວງທີ່ຕັ້ງຢູ່ຈຸດໃຈກາງຂອງ 5 ແຂວງພາກເຫນືອ ມີເສັ້ນຊາຍແດນຍາວທັງຫມົດ 700 ກິໂລແມັດຄື:
ແຂວງອຸດົມໄຊມີເນື້ອທີ່ທັງຫມົດ 15.370 ກິໂລຕາແມັດ,ເທົ່າກັບ 6,5% ຂອງເນື້ອທີ່ທົ່ວປະເທດ.ຈັດຢູ່ໃນອັນດັບ 9 ຂອງ ສປປລາວ, ເນື້ອທີ່ພູດອຍກວມເອົາ 85%ຂອງເນື້ອທີ່ທັງຫມົດ.
ຊັບພະຍາກອນທໍາມະຊາດ
ແຂວງອຸດົມໄຊ ເປັນແຂວງຫນຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທະມະຊາດຫລາຍຢ່າງ ເປັນພື້ນທີ່ພູດອຍເປັນສ່ວນໃຫຍ່ສະນັ້ນຈິ່ງພາໃຫ້ມີພູຜາປ່າໄມ້ທີ່ຍັງຄົງຄວາມອຸດົມສົມບູນຕຶບຫນາມີໄມ້ມີຄ່ານາໆຊະ ນິດ, ມີຫ້ວຍນ້ໍາລໍາທານທີ່ຈະກາຍເປັນພະລັງງານໄຟຟ້າໄດ້ຄືນໍ້າຂອງ, ນໍ້າງາ, ນ້ໍາພາກ, ນໍ້າແບງ, ນໍ້າງາວ ແລະ ນໍ້າ ອື່ນໆ, ຍັງເຮັດໃຫ້ເກີດມີນໍ້າຕົກທໍາມະຊາດທີ່ສວຍງາມ ແລະ ຖໍ້າຕ່າງໆທີ່ເຫມາະແກ່ການພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດຫລາຍແຫ່ງ.ໃນພື້ນດິນຍັງມີແຮ່ທາດຕ່າງໆເຊັ່ນ: ບໍ່ຄໍາ, ບໍ່ເງິນ, ທອງແດງ, ເຫລັກ, ຊືນ, ອັງຕີມອນ, ຫີນບາຣິດ, ຫີນ ກາວ, ຫີກວັດສ໌, ມັງການ, ພາຍຣາຍ, ເກືອ, ສັງກະສີ, ບໍ່ແກ້ວ, ບໍ່ມາດ, ບໍ່ນໍ້າອຸ່ນ ນອກຈາກນີ້ຍັງມີສັດນ້ໍາ ສັດ
ປ່ານາໆຊະນິດມາກມາຍ.
ດ້ານການປົກຄອງ
ແຂວງອຸດົມໄຊ ມີປະຊາກອນທັງຫມົດ 341,756 ຍິງ 168.798 ຄົນ.ມີ 55 ກຸ່ມບ້ານ, ມີ 470 ບ້ານ, ແບ່ງການປົກຄອງອອກເປັນ 7 ເມືອງຄື:
ຊົນເຜົ່າ ແລະ ກຸ່ມພາສາປາກເວົ້າ
ແຂວງອຸດົມໄຊປະກອບດ້ວຍ 12 ຊົນເຜົ່າ, ແຕ່ລະເຜົ່າປະກອບມີຫລາຍແຊງເຜົ່າ ທີ່ແຕກຕ່າງກັນ ໃນຈໍານວນ 12 ເຜົ່ານັ້ນມີຄື: ເຜົ່າລາວ, ລື້, ໄຕ, ຢັ້ງ, ກຶມຫມຸ, ບິດ, ລຶມເມດ, ມົ້ງ, ອິວມຽນ, ອາຄ່າ, ພູນ້ອຍ, ຫໍ້. ແບ່ງອອກເປັນ 4 ກຸ່ມພາສາປາກເວົ້າຄື:
1- ກຸ່ມພາສາລາວ-ໄຕ ປະກອບມີ 4 ເຜົ່າຄື: ລາວ, ລື້, ໄຕ, ຢັ້ງ.
2 ກຸ່ມພາສາ ມອນ-ຂະແມ ມີ 3 ຊົນເຜົ່າຄື: ກຶມຫມູ, ບິດ, ລຶມເມດ.
3- ກຸມພາສາ ມົ້ງ-ອິວມຽນ ມີ 2 ຊົນເຜົ່າຄື: ມົ້ງ, ອິວມຽນ.
4- ກຸ່ມພາສາ ຈີນ-ຕີເບດ ມີ 3 ຊົນເຜົ່າຄື: ອາຄ່າ, ສິງສິລິ (ພູນ້ອຍ) ແລະ ຫໍ້.
ປະຫວັດ ແລະ ຮູບພາບແຫຼ່ງທ່ອງທ່ຽວທີ່ເປັນບູລິມະສິດພັດທະນາຂອງແຂວງອຸດົມໄຊ
1. ທີ່ຕັ້ງ ແລະ ປະຫວັດຖ້ຳຈອມອອງບ້ານຈອມອອງເມືອງໄຊ, ລັກສະນະທີ່ຕັ້ງແລະ ການເຂົ້າເຖິງຖ້ຳຈອມອອງບ້ານຈອມອອງ
ຖ້ໍາຈອມອອງຕັ້ງຢູ່ບ້ານຈອມອອງເມືອງໄຊຫ່າງຈາກເທດສະບານເມືອງໄຊ 45 ກິໂລແມັດ(ເປັນເສັ້ນທາງດິນແດງ). ຖ້ຳຈອມອອງຕັ້ງຢູ່ຫ່າງຈາກບ້ານຈອມອອງປະມານ3ກິໂລແມັດ, ເປັນເສັ້ນທາງຍ່າງ(ລົດບໍ່ສາມາດເຂົ້າເຖິງໄດ້) ທ່າແຮງໃນການພັດທະນາການທ່ອງທ່ຽວຂອງແຂວງແມ່ນເປັນຖ້ຳໃຫຍ່, ຍາວແລະ ສວຍງາມທີ່ສຸດຂອງແຂວງອຸດົມໄຊເຊິ່ງປະກອບດ້ວຍສີສັນຕ່າງໆແບບທຳມະຊາດທີ່ອັດສະຈັນມີຫຼາຍຮູເຂົ້າ-ອອກ ເຊິ່ງມີຄວາມຍາວທັງໝົດປະມານ 16 ກວ່າກິໂລແມັດຄວາມກວ້າງຂອງຖ້ຳ ປະມານ 15 - 50 ແມັດແລະຄວາມສູງປະມານ 25-100 ແມັດ. ຢູ່ໃນຖ້ຳບາງບ່ອນມີສາຍນ້ຳໄຫຼຜ່ານ, ມີນົມຜາ, ຫີນຍ້ອຍທີ່ມີລວດລາຍສວຍງາມ,ຫີນແກ້ວເປັນສີຂາວເຫຼື້ອມຄືກັບເພັດພອຍເປັນກ້ອນໃຫຍ່ປະດັບປະດາຫ້ອຍຢູ່ຕາມຝາຫີນຄືກັບດອກໄຟຟ້າຢ່າງສວຍງາມ. ປັດຈຸບັນຖ້ຳດັ່ງກ່າວໄດ້ເອົາໄຟຟ້າແສງຕາເວັນເຂົ້າແລ້ວປະມານ 500 ແມັດ. ຢູ່ໃນຖ້ຳຍັງເປັນລັກສະນະເດີມທີ່ຍັງບໍ່ໄດ້ຮັບການດັດແປງແຕ່ຢ່າງໃດ. ຖ້ຳນີ້ໄດ້ຜ່ານການສຳຫຼວດຂອງນັກວິທະສາດ ຈາກສະຫະພັນຢູໂຣບໃນປີ 2009 ແລະປີ 2010 ເປັນຖ້ຳທີ່ເໝາະສົມໃນການພັດທະນາເປັນສະຖານທີ່ທ່ອງທ່ຽວໃນລະດັບຊາດ.
Ø ປະຫວັດຄວາມເປັນມາຂອງຖ້ຳຈອມອອງບ້ານຈອມອອງ
ຖ້ຳນີ້ໄດ້ຄົ້ນພົບໃນປີຄສ 2005 ແລະ ເປີດບໍລິການປີຄສ 2007. ຖໍ້າຈອມອອງແມ່ນເອີ້ນຕາມຊື່ຂອງບ້ານ, ປະຊາຊົນທ້ອງຖິ່ນເຄີຍເອີ້ນຊື່ຖ້ຳນີ້ໃນເມື່ອກ່ອນວ່າຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ ຍ້ອນວ່າສະໄໝກ່ອນ ມີໂຕເຈຍມາອາໄສຢູ່ເປັນຈຳນວນຫຼວງຫຼາຍ, ປະຊາຊົນເຂດຈອມອອງ ໄດ້ພາກັນຂຸດເອົາຂີ້ໂຕເຈຍຢູ່ໃນຖ້ຳມາເຮັດໝື້ປືນແກັບ. ດັ່ງນັ້ນ,ປະຊາຊົນເຂດຈອມອອງ ຈຶ່ງໄດ້ພາກັນເອີ້ນຊື່ຂອງຖ້ຳນີ້ວ່າຖ້ຳເຈຍ ຫຼື ຖ້ຳຂີ້ເຈຍ.ແຕ່ທາງພະແນກທ່ອງທ່ຽວໄດ້ໂຄສະນາໃຫ້ເອີ້ນຊື່ວ່າຖ້ຳຈອມອອງ ຕາມຊື່ຂອງບ້ານຈົນເຖິງປັດຈຸບັນນີ້.
ບ້ານຈອມອອງອີກປະຫວັດໜຶ່ງທີ່ເອີ້ນວ່າຈອມອອງ ຍ້ອນວ່າ: ຄຳວ່າ “ ຈອມ ’’ ເປັນພາສາກຶມມຸເຊິ່ງແປວ່າຕິດຕາມໄປ, ນຳກົ້ນໄປ, ສ່ວນຄຳວ່າ “ ອອງ ” ແປວ່າໂຕຕໍ່ດິນ, ໃນສະໄໝກ່ອນປະຊາຊົນເມືອງນາໝໍ້ໄດ້ໄປຄ້ອງຕໍ່ຫຼືຫາເອົາຮັງໂຕຕໍ່ໂດຍໄດ້ເອົາຍວງຝ້າຍນ້ອຍໆອ່ອນໆມັດອາຫານໃສ່ຕີນໂຕຕໍ່ແລ້ວກໍ່ປ່ອຍຕໍ່ໃຫ້ບິນກັບໄປຫາຮັງແລ້ວປະຊາຊົນກໍນຳໂຕຕໍ່ນັ້ນໄປ ຈຶ່ງໄປພົບເຫັນເຂດພື້ນທີ່ດັ່ງກ່າວເປັນເຂດທີ່ອຸດົມສົມບູນເໝາະສົມໃນການຜະລິດກະສິກຳ, ປູກຝັງ, ລ້ຽງສັດ. ຕໍ່ມາຈຶ່ງພາກັນຍ້າຍຖິ່ນຖານມາຢູ່ບ້ານນີ້ແລ້ວຈິ່ງເອີ້ນວ່າບ້ານຈອມອອງຈົນເຖິງປັດຈຸບັນ.
ສຳລັບດ້ານລຸ່ມເອີ້ນວ່າຖ້ຳນ້ຳອອກຮູ.
ປະຫວັດຫຍໍ້ຂອງຖ້ຳນ້ຳອອກຮູຍ້ອນວ່າລັກສະນະຂອງຖ້ຳມີນ້ຳໄຫຼອອກມາຈາກຮູຖ້ຳຄືກັບສາຍນ້ຳຫ້ວຍ, ຫ້ວຍນີ້ຊື່ວ່າຫ້ວຍກາງເຊິ່ງໄຫຼມາແຕ່ເຂດບ້ານຫຼັກ 22 ລົງມາປ່ອງໃສ່ຖ້ຳແຫ່ງນີ້ແລະຢູ່ພາຍໃນຖ້ຳແຫ່ງນີ້ ປະມານ 7 ກິໂລແມັດ, ມີລະບົບນິເວດທີ່ອຸດົມສົມບູນແລະເໝາະສົມແກ່ການໄປທ່ຽວຊົມໃນລະດູຮ້ອນ.
ປະຫວັດຄວາມເປັນມາຂອງທາດໄຊມຸງຄຸນລັດຕະນະມິ່ງເມືອງ
ພະທາດໄຊມຸງຄຸນລັດຕະນະມິ່ງເມືອງຕັ້ງຢູ່ບ້ານນາຫວານນ້ອຍ(ຈຸດໃຈກາງເທດສະບານແຂວງ). ພະທາດນີ້ມີຄວາມສູງ 18 ແມັດ, ກວ້າງ 18x18 ແມັດເປັນພະທາດທີ່ສວຍງາມແລະ ເປັນທີ່ສັກກະລະບູຊາຂອງຊາວພຸດໂດຍສະເພາະແມ່ນຊາວແຂວງອຸດົມໄຊແລະ ສາສະນິກະຊົນທົ່ວໄປເຂົ້າມາທ່ຽວກາບໄຫວ້ ແລະ ຊົມທີວທັດ ແລະ ສຳພັດບັນຍາກາດຕົວເມືອງໄຊ ແລະ ກາບໄຫວ້ສັກກາລະບູຊາ. ທ່າແຮງຂອງທາດມິ່ງເມືອງຕັ້ງຢູ່ໃຈກາງເທດສະບານແຂວງເປັນສູນກາງທາງດ້ານວັດທະນະທຳ, ເປັນເພີ່ງທາງໃຈ, ສະຖານທີ່ສັກກາລະບູຊາກາບໄຫວ້, ສະຖານພັກຜ່ອນໃນຍາມແລງ ແລະ ເປັນຂວັນບ້ານມິ່ງເມືອງຂອງແຂວງອຸດົມໄຊ ຖ້າຜູ້ໃດມາແຂວງອຸດົມໄຊ ບໍ່ໄດ້ຂຶ້ນວັດພູທາດ ກໍ່ ຊໍ່າກັບວ່າບໍ່ໄດ້ມາຮອດແຂວງອຸດົມໄຊ.
ພະທາດໄຊມຸງຄຸນຣັດຕ ະນະມິ່ງເມືອງ ໄດ້ສ້າງຂຶ້ນໃໝ່ໃນປີຄສ 1996 ແລະ ເປີດບໍລິການໃນ
ປີຄສ 1997. ເມືອກ່ອນເອີ້ນວ່າ ພະທາດ ຕາມການສັນນິຖານ ທາດດັ່ງກ່າວໄດ້ສ້າງຂຶ້ນໃນສະໄໝເຈົ້າໄຊຍະເສດຖາທິລາດ ປະມານ 400-500 ປີກ່ອນນີ້. ພະທາດດັ່ງກ່າວມີຄວາມສູງປະມານ 4-5 ແມັດກໍ່ດ້ວຍດິນຈີ່ກາງທາດ. ມາຮອດສະໄໝຝຣັ່ງປົກຄອງ ບໍລິເວນພະທາດ ໄດ້ເປັນຄ້າຍຂອງຝຣັ່ງໃນສະໄໝສົງຄາມຝຣັ່ງ ແລະ ອາເລິກາ ແລະ ພະທາດໄດ້ຖືກທຳລາຍເປເພ່ເຫຼືອແຕ່ກອງດິນຈີ່. ມາຮອດປີ 1990 ບໍລິສັດນ້ຳມັນເຊື້ອໄຟ ໄດ້ສ້າງເສັ້ນທາງຂຶ້ນ ແລະ ມາຮອດປີ 1996 ແຂວງອຸດົມໄຊໄດ້ປະຕິສັງຂອນຄືນໃໝ່ໂດຍສ້າງທາດຂຶ້ນໃໝ່ ເຊິ່ງກວມເອົາທາດເກົ່າມີລວງສູງ 18 ແມັດ, ກວ້າງ 18x18 ແມັດ, ໄດ້ປ່ຽນຊື່ໃໝ່ເອີ້ນວ່າພະທາດໄຊມຸງຄຸນຣັດຕະນະມິ່ງເມືອງ ໄດ້ສະຫຼອງໃນເດືອນ 3 ເພັງຂອງທຸກໆປີ. ທຶນປັບປຸງແມ່ນຂອງລັດຖະບານມູນຄ່າ 60 ລ້ານກວ່າກີບ, ເລີ່ມສ້າງແຕ່ວັນທີ 09/01/1996 - 9/01/1997ສໍາເລັດ ແລະ ຈັດພິທີສະຫຼອງວັນທີ 19 - 22/2/1997.
ປະຫວັດຄວາມເປັນມາຂອງອ່າງນ້ຳຫີນບ້ານຫ້ວຍອຸ່ນ ເມືອງໄຊ ລັກສະນະທີ່ຕັ້ງ ແລະ ການເຂົ້າເຖິງອ່າງນ້ຳຫີນບ້ານຫ້ວຍອຸ່ນ.
ອ່າງນ້ຳຫີນ ຕັ້ງຢູ່ບ້ານຫ້ວຍອຸ່ນເມືອງໄຊ, ແຂວງອຸດົມໄຊ, ຫ່າງຈາກເທດສະບານເມືອງໄຊ ປະມານ 8 ກິໂລແມັດ, ອ່າງນີ້ປະ ກອບມີຫຼາຍຫ້ວຍ ທີ່ໄຫຼມາໂຮມເຂົ້າກັນ. ສະ ພາບເສັ້ນທາງເຂົ້າເຖິງເປັນທາງດິນແດງປັດຈຸ ບັນທາງແຂວງພວມກຳລັງພັດທະນາ ແລະປັບປຸງເປັນເສັ້ນທາງປູຢາງຄາດວ່າຈະສຳເລັດໃນປີ 2013 ນີ້. ທ່າແຮງຂອງອ່າງນ້ຳຫີນແມ່ນສາມາດພັດທະນາການທ່ອງທ່ຽວຊົມທຳມະຊາດຕຶກປາ
ອາບນ້ຳ, ຕັ້ງລີສອດ ແລະຮ້ານອາຫານ, ສວນສາທາລະນະບໍລິເວນອ່າງ, ສວນສະໜຸກ, ສວນຈຳລອງຊົນເຜົ່າຂອງແຂວງ ແລະ ບ່ອນຕາກອາກາດສຳລັບນັກທ່ອງທ່ຽວທີ່ມັກຄວາມສະຫງົບ ແລະ ອາກາດສົດຊື່ນ.
ອ່າງນໍ້າຫີນໄດ້ສ້າງຂຶ້ນໃນປີຄສ 2007. ແຂວງໄດ້ທຸ້ມງົບປະມານຈຳນວນມະຫາສານເພື່ອສ້າງເຂື່ອນຊົນລະປະທານຂະໜາດໃຫຍ່ ເພື່ອສົ່ງເສີມໃນການຜະລິດທາງດ້ານກະສິກຳໃນຂົງເຂດດັ່ງ ກ່າວເຊິ່ງເປັນເຂດທີ່ອຸດົມສົມບູນເໝາະສົມໃນການຜະລິດ. ປັດຈຸບັນໄດ້ກາຍເປັນອ່າງເກັບນ້ຳທີ່ໃຫຍ່ທີ່ສຸດຂອງແຂວງ ເຊິ່ງແຂວງໄດ້ມີແຜນຈະພັດທະນາອ່າງດ່ັງກ່າວໃຫ້ເປັນສະຖານທີ່ບໍລິການ, ສະຖານທີ່ທ່ອງທ່ຽວແລະ ສະຖານທີ່ຊ່ວງເຮືອບຸນປະເພນີປະຈຳປີຂອງແຂວງເພີ່ມຈາກທາງດ້ານກະສິກຳການປູກຝັງແລະການລ້ຽງສັດ. ເນື້ອທີ່ອ່າງທັງໝົດມີປະມານ 121,7 ກິໂລຕາແມັດໄດ້ກວມເອົາ 7 ໝູ່ບ້ານແລະ ເຂດດັ່ງກ່າວນີ້ເໝາະສົມໃນການພັດທະນາການທ່ອງທ່ຽວຂີ່ເຮືອ, ຕຶກປາ ແລະ ສໍາຜັດບັນຍາກາດທີ່ສວຍງາມ.
ປະຫວັດ ແລະ ຮູບພາບແຫຼ່ງທ່ອງທ່ຽວທີ່ເປັນບູລິມະສິດພັດທະນາຂອງແຂວງອຸດົມໄຊ
.jpg)




















